ລັດເຊຍຖະແຫຼງຈະໂຕ້ຕອບ ຖ້າຫາກ EU ປະຕິບັດມາດຕະການລົງໂທດ.
ກອງປະຊຸມວິສາມັນສະພາເອີລົບເມື່ອວັນທີ 6/3 ຢູ່ບຣຸກແຊນປະເທດແບຍຊິກ (ພາບ: AFP)
|
(vovworld)- ລັດເຊຍຖະແຫຼງຈະໂຕ້ຕອບ ຖ້າຫາກ EU ປະຕິບັດມາດຕະການລົງໂທດ. ນີ້ແມ່ນຖະແຫຼງການຂອງກະຊວງການຕ່າງປະເທດລັດເຊຍເມື່ອວັນທີ 7/3. ຖະແຫຼງການນີ້ຖືກຍົກອອກພາຍຫຼັງກອງປະຊຸມວິສາມັນສະພາເອີລົບເມື່ອວັນທີ 6/3 ຢູ່ບຣຸກແຊນປະເທດແບຍຊິກ ກ່ຽວກັບສະພາບການ ຢູກແຣນ, ໃນນັ້ນໄດ້ປະກາດບາງມາດຕະການລົງໂທດລັດເຊຍ. ໃນຂະນະນັ້ນ ຄືວັນທີ 7/3, ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Mkrtin Nesirky ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ທຸກຝ່າຍຢູ່ ຢູກແຣນຈົ່ງລະງັບໃຈຕໍ່ເລື່ອງ ປະເທດ ສ. ກຣືມ ທີ່ປົກຄອງດ້ວຍຕົນເອງດຳເນີນການລົງປະຊາມະຕິກ່ຽວກັບການແຍກຕົວອອກຈາກ ຢູກແຣນ ເພື່ອໂຮມເຂົ້າດິນແດນລັດເຊຍຫຼືບໍ່. ສະຫະປະຊາຊາດຖືວ່າ ຂໍ້ຕົກລົງຂອງສະພາແຫ່ງຊາດ ສ. ກຣືມ ຮັບຮອງເອົາແຜນການດຳເນີນ ການລົງປະຊາມະຕິໃນວັນທີ 16/3 ແມ່ນການຜັນແປທີ່ໜ້າວິຕົກກັ່ງວົນ, ແຕ່ ສະຫະປະຊາຊາດບໍ່ຖືເລື່ອງນີ້ແມ່ນຜິດກົດໝາຍສາກົນຫຼືໄປຝືນກັບລັດຖະທຳມະນູນ ຢູກແຣນ ຄືດັ່ງທັດສະນະຂອງອາເມລິກາ ແລະ ບາງປະເທດຝ່າຍຕາເວັນຕົກ.