ປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: Telegraph)
(vovworld) - ວັນທີ 19/8, ຢູ່ ແຫຼມ Crimea, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຖະແຫຼງວ່າ, ລັດເຊຍຈະບໍ່ຕັດການພົວພັນທາງການທູດກັບ ຢູແກຼນ. ທ່ານ Putin ສະແດງຄວາມຫວັງວ່າ, ຢູແກຼນ ຈະແກ້ໄຂວິກິດການທາງການທູດກັບມົດສະກູທີ່ເລີ່ມມາຈາກການກ່າວຫາກ່ຽວກັບກົນອຸບາຍກໍ່ການຮ້າຍຢູ່ແຫຼມນີ້ຢ່າງສະຫຼາດສະຫຼຽວ. ກ່າວຄວາມເຫັນທີ່ການປະຊຸມກັບສະພາປ້ອງກັນຄວາມສະຫງົບ, ທ່ານ Putin ເນັ້ນໜັກວ່າ, ຈະສ້າງກາລະໂອກາດໃຫ້ການພົບປະຄັ້ງຕ່າງໆ ເພື່ອພັດທະນາສາຍພົວພັນກັບ ຢູແກຼນ ແລະ ໃຫ້ຮູ້ວ່າ, ວົງການເຈົ້າໜ້າທີ່ ລັດເຊຍ ກໍ່ຈະປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນຄວາມສະຫງົບເພີ່ມເຕີມທີ່ຈຳເປັນ, ເພື່ອຮັບປະກັນໃຫ້ແຫຼມ Crimea ໄດ້ຮັບການປ້ອງກັນໃຫ້ດີທີ່ສຸດໃນອະນາຄົດ.