ລັດເຊຍບໍ່ຢາກຊ່ວງເສັງອາວຸດກັບອາເມລິກາ

ລັດເຊຍບໍ່ຢາກຊ່ວງເສັງອາວຸດກັບອາເມລິກາ - ảnh 1
(ພາບ​ປະ​ກອບ​ຈາກ AFP)

(vovworld) – ລັດ​ເຊຍ ບໍ່​ຢາກເຂົ້າ​ຮ່ວມ​ການ​ຊ່ວງ​ເສັງ​​ອາ​ວຸດລ​ຸ້ນ​ໃໝ່ ແລະ ​ທີ່​ສິ້ນ​ເປື​ອງ​ກັບ ອາ​ເມ​ລິ​ກາ. ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຕົກ​ລົງ​ເພີ່ມ​ທະ​ວີ​ສາງ​ອາ​ວຸດ​ນິວ​ເຄຼຍ​ຂອງ ລັດ​ເຊຍ ໃນ​ປີ 2015 ພຽງ​ໜຶ່ງວັນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວໃນ​ວັນ​ທີ 17/6, ທ່ານ Yury Ushakov, ທີ່​ປຶກ​ສາ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂັ້ນ​ສູງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເນັ້ນ​ໜັກ​ວ່າ: ລັດ​ເຊຍ ພວມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ບັນ​ດາ​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ດ້ວຍ​ບາງ​ມາດ​ຕະ​ການ, ແຕ່ບໍ່​ແມ່ນ​ກາ​ນ​ຊ່ວງ​ເສັງ​ປະ​ກອບ​ອາ​ວຸດ​. ​ທ່ານ ຢັ້ງ​ຢືນ​ກ່ຽວ​ກັບ​ດ້ານຫຼ​ັກ​ການ, ມົດ​ສ​ກູ​ ຄັດ​ຄ້ານ​ການ​ຊ່ວງ​ເສັງ​ອາ​ວຸດ ຍ້ອນ​​ວ່າການ​ເຄື່ອນ​ໄຫວນີ້​ຈະ​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ ອ່ອນ​​ເພຍ​ລົງ. ທ່ານ Ushakov ກໍ່​​ປະ​ຕິ​ເສດ​ການ​ວິ​ຈານ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຈະ​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ໂດຍ​ກົງ​ລະ​ຫວ່າງ​ລັດ​ເຊຍ ແລະ ຝ່າຍ​ຕາ​ເວ​ັນ​ຕົກ.  

 


ຂ່າວ/ບົດ​ອື່ນ