ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Yury Trutnev
ພາບ:internet
(vovworld)- ລັດເຊຍບຸລິມະສິດພັດທະນາເຂດທະເລອອກໄກ ແລະ ພ້ອມແລ້ວ ຊຸກຍູ້ການຮ່ວມມືກັບຈີນ ໃນຂົງເຂດນີ້. ຖະແຫລງການດັ່ງກ່າວໂດຍແມ່ນ ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Yury Trutnev ຍົກອອກໃນການຕອບສຳພາດຕໍ່ສຳນັກຂ່າວສານ ຊີນຮົວ ໃນວັນທີ 5/7, ທ່ານຮອງນາຍົກລັດຖະມົນຕີ Yury Trutnev ຕາງຫນ້າໃຫ້ປະທານາທິບໍດີ ລັດເຊຍ ຮັບຜິດຊອບເຂດທະເລອອກໄກ ໃຫ້ຮູ້ວ່າ: ລັດຖະບານ ລັດເຊຍ ພວມພິຈາລະນາສ້າງເງື່ອນໄຂພິເສດເພື່ອດຶງດູດການລົງທຶນເຂົ້າເຂດທະເລອອກໄກ. ທ່ານຮອງນາຍົກລັດຖະມົນຕີ Yury Trutnev ກໍໃຫ້ຮູ້ວ່າ: ລັດເຊຍ ຈະຈັດຕັ້ງເວທີປາໄສເສດຖະກິດຝ່າຍຕາເວັນອອກ ໃນເດືອນ 9 ຈະມາເຖິງ ເພື່ອເພີ່ມທະວີການພັດທະນາເສດຖະກິດຢູ່ເຂດທະເລອອກໄກ ພ້ອມທັງສົ່ງເສີມປະຊາຄົມບັນດາວິສາຫະກິດອາຊີ ລົງທຶນເຂົ້າເຂດນີ້.