(vovworld) - ວັນທີ 01/08, ໂຄສົກວັງ Kremlin ທ່ານ Dmitry Peskov ຢືນຢັນວ່າ, ພົນທະຫານລັດເຊຍ ທັງໝົດ 5 ຄົນໃນເຮືອບິນເອລີກອບເຕີຂົງສົ່ງທະຫານ MI-8 ຂອງລັດເຊຍ ຖືກພວກກະບົດຍິງຕົກຢູ່ແຂວງ Idlib ຂອງຊີຣີ ຖືກເສຍຊີວິດ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Peskov ຖະແຫຼງວ່າ ບັນດາພົນທະຫານດັ່ງກ່າວ “ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ” ໃນພາລະໜ້າທີ່ມະນຸດສະທຳ. ທ່ານກໍ່ຢືນຢັນວ່າ, ລັດເຊຍ ຈະສືບຕໍ່ບັ້ນຮົບຕ້ານກໍ່ການຮ້າຍສາກົນ “ໃນທຸກແນວຮົບ” ໂດຍບໍ່ຫົວຊາຕໍ່ບັນດາຄຳນາບຂູ່ຈາກກຸ່ມລັດອິດສະລາມ (IS) ອ້າງຊື່ເອງ. ໃນຂະນະນັ້ນ, ພວກກະບົດຢູ່ຊີຣີ ໄດ້ປະກາດເທບວີດີໂອ ມີພາບເຊິ່ງໄດ້ຮັບຖືວ່າແມ່ນສະເກັດຂອງເຮືອບິນເອລີກອບເຕີຂອງລັດເຊຍ ຖືກຍິງຕົກຢູ່ Idlib. ຕາມກະຊວງປ້ອງກັນປະເທດລັດເຊຍ ແລ້ວ ເຮືອບິນ MI-8 ທີ່ຖືກຍິງຕົກນັ້ນພວມບົນເສັ້ນທາງກັບເມື່ອຖານທີ່ໝັ້ນກອງທັບອາການຕົ້ນຕໍ່ຂອງລັດເຊຍ ຢູ່ຊີຣີ ພາຍຫຼັງຂົນສົ່ງສິນຄ້າກູ້ຊ່ວຍມະນຸດສະທຳໃຫ້ນະຄອນ Aleppo.