ລັດເຊຍຢືນຢັນສືບຕໍ່ບຸກໂຈມຕີທາງອາກາດຕ້ານISຢູ່ຊີຣີ

ລັດເຊຍຢືນຢັນສືບຕໍ່ບຸກໂຈມຕີທາງອາກາດຕ້ານISຢູ່ຊີຣີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ
​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Mikhail Bogdanov
(ພ​າບ​ປະ​ກອບ: AP)


(vovworld) - ວັນ​ທີ 24/12, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Mikhail Bogdanov ໃຫ້​ຮູ້​ວ່າ, ​ລັດ​ເຊຍ ຈະ​ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ແນ​ໃສ່​ບັນ​ດາ​ຖານ​ທີ່​ໝັ້ນ​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ຢູ່​ຊີ​ຣີ, ນັບ​ທັງ​ຂະ​ນະ​ທີ່ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ຮັບ​ການ​ປະ​ກາດ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Mikhail Bogdanov ຖື​ວ່າ, ຄຳ​ສັ່ງ​ຢຸດ​ຍິງ “ຈະ​​ໃຫ້​ກັບ​ບັນ​ດາ​ຝ່າຍ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ສົງ​ຄາມ​​ກາງ​ເມືອງ​ຢູ່​ຊີ​ຣີ ນຳ​ໃຊ້”, ແຕ່​ວ່າ “ສິ່ງ​ດັ່ງ​ກ່າວບໍ່​ໝາຍ​ຄວ​າມ​ວ່າ​ຈະ​ຢຸດ​ຕິບັ້ນ​ຮົບ​ຕ້ານ IS ແລະ ບັນ​ດາ​ກຸ່ມກໍ່​ການ​ຮ້າຍ​ອື່ນໆ”. ຕາ​ມ​ທ່ານ​ແລ​້ວ, ລັດ​ເຊຍ ຄວນ​ຍາດ​ແຍ່ງ​ໂອ​ກາດ​ຢຸດ​​ຕິ​ການ​ປະ​ທ​ະ​ກັນ​ເພື່ອ​ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່ IS.

ຂ່າວ/ບົດ​ອື່ນ