ລັດເຊຍສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເກືອບ 1.200ໂຕນໃຫ້ພາກຕາເວັນອອກຢູແກຼນ
ຂະບວນລົດຂົນສົ່ງສິນຄ້າມະນຸດສະທຳ
(ພາບ: AFP-TTXVN)
(vovworld) – ວັນທີ 12/12, ກະຊວງສະພາວະສຸກເສີນ ລັດເຊຍ ໃຫ້ຮູ້ວ່າ: ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຂອງລັດເຊຍ ໄດ້ເດີນທາງອອກຈາກເຂດ Rostov ຢູ່ພາກໃຕ້ປະເທດນີ້ ເພື່ອໄປເຖິງເຂດ Donbass, ພາກຕາເວັນອອກ ຢູແກຼນ. ຂະບວນລົດລວມມີລົດຂົນສົ່ງ 130 ຄັນທີ່ຂົນສົ່ງສິນຄ້າ 1.200 ໂຕນ, ໃນນັ້ນສ່ວນຫຼາຍແມ່ນທັນຍາຫານ ແລະ ວັດຖຸອຸປະກອນເພື່ອຮັບປະກັນການເຄື່ອນໄຫວຂອງບັນດາຮາກຖານສັງຄົມທີ່ສຳຄັນ. ບັນດາລົດດັ່ງກ່າວໄປຕາມ 2 ທິດ, ໃນນັ້ນຂະບວນລົດລວມມີ 80 ຄັນຂົນສົ່ງສິນຄ້າ 800 ໂຕນ ໄປເຖິງແຂວງ Lugansk, ໃນຂະນະທີ່ຂະບວນລົດທີ 2 ລວມມີກ່ວາ 50 ຄັນດ້ວຍສິນຄ້າ 400 ໂຕນໄປເຖິງແຂວງ Donetsk. ຕາມຜູ້ຕາງໜ້າກະຊວງສະພາວະສຸກເສີນ ລັດເຊຍ ແລ້ວ, ໃນໄລຍະເດີນທາງ, ຂະບວນລົດບໍ່ຖືກຕິດຄັດແຕ່ຢ່າງໃດ ແລະ ປະຈຸບັນລົດຂົນສົ່ງ 50 ຄັນໄດ້ໄປຮອດ Donetsk ແລ້ວ.