ລັດ​ເຊຍ​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ຂອງ ອາ​ຊຽນ​ ໃນ​ບັນ​ຫາ​ ມຽນ​ມາ

(VOVWORLD) -ຖະແຫຼງການຂອງທ່ານ Lavrov ຊີ້ແຈ້ງວ່າ ໃນບັນດາການພົບປະກັບການນຳການທະຫານຂອງ ມຽນມາ, ລັດເຊຍ ຍາມໃດກໍ່ຊຸກຍູ້ທັດສະນະຂອງ ອາຊຽນ ແລະ ຖືວ່າ ຄວາມເຫັນດີເຫັນພ້ອມ 5 ຈຸດ ຂອງບັນດາປະເທດ ອາຊຽນ ແມ່ນພື້ນຖານເພື່ອແກ້ໄຂວິກິດການຢູ່ ມຽນມາ ແລະ ຊ່ວຍໃຫ້ປະເທດນີ້ຟື້ນຟູສະພາບການທີ່ເປັນປົກກະຕິ. 
ລັດ​ເຊຍ​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ຂອງ ອາ​ຊຽນ​ ໃນ​ບັນ​ຫາ​ ມຽນ​ມາ - ảnh 1ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN)

ໃນການເດີນທາງຢ້ຽມຢາມ ຈາກາຕາ (ປະເທດອິນໂດເນເຊຍ) ໃນວັນທີ 6 ກໍລະກົດ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ໄດ້ສະແດງການສະໜັບສະໜູນຢ່າງແຮງຂອງປະເທດນີ້ ຕໍ່ຄວາມເຫັນດີເຫັນພ້ອມ 5 ຈຸດ ຂອງ ອາຊຽນ ກ່ຽວກັບສະພາບການ ມຽນມາ. ຖະແຫຼງການຂອງທ່ານ Lavrov ຊີ້ແຈ້ງວ່າ ໃນບັນດາການພົບປະກັບການນຳການທະຫານຂອງ ມຽນມາ, ລັດເຊຍ ຍາມໃດກໍ່ຊຸກຍູ້ທັດສະນະຂອງ ອາຊຽນ ແລະ ຖືວ່າ ຄວາມເຫັນດີເຫັນພ້ອມ 5 ຈຸດ ຂອງບັນດາປະເທດ ອາຊຽນ ແມ່ນພື້ນຖານເພື່ອແກ້ໄຂວິກິດການຢູ່ ມຽນມາ ແລະ ຊ່ວຍໃຫ້ປະເທດນີ້ຟື້ນຟູສະພາບການທີ່ເປັນປົກກະຕິ. ຕາມ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍແລ້ວ, ທ່ານ Lavrov ຈະເຂົ້າຮ່ວມການເຈລະຈາທາງອອນລາຍ ກັບຄູ່ຕຳແໜ່ງ ບັນດາປະເທດ ອາຊຽນ ໃນຂອບເຂດການເດີນທາງຢ້ຽມຢາມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ