ລັດເຊຍສະໜັບສະໜູນບົດບາດໃຈກາງຂອງອາຊຽນ

ລັດເຊຍສະໜັບສະໜູນບົດບາດໃຈກາງຂອງອາຊຽນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງກ​ານ​ຕ່າງ​ປະ​ເທດ ລັດ​ເຊຍ Igor Morgulov
(ພ​າບ: asean.org)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ​​ສະ​ຫະສະ​ມາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ (ອາ​ຊຽນ) ຢູ່ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ວັນ​ທີ 9/2, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງກ​ານ​ຕ່າງ​ປະ​ເທດ ລັດ​ເຊຍ Igor Morgulov ຢັ້ງ​ຢືນ​ວ່າ: ມົດ​ສ​ກູ ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຈ​ກາງ​ຂອງ​ສະ​ຫະ​ສະ​ມາ​ຄົມ ແລະ ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ອົງ​ການ​​​ທີ່ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນພາກ​ພື້ນນີ້. ກ່ອນ​ໜ້ານັ້ນ, ທີ່​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ Morgulov ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ ແລະ ຜົນ​ງານ​ເຊິ່ງບັນ​ດາ​ປະ​ເທດ ອາ​ຊ​ຽນ ບັນ​ລຸ​ໄດ້​ໃນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ປະ​ກອ​ບ​ສ່ວນ​ນຳ​ມາ​ເຊິ່ງ​ຜົນ​ປ​ະ​ໂຫຍດ​ອັນ​ແທ​ດ​ຈິງຫຼາຍ​ກ່​ວາ​ອີກ​ໃຫ້​ແກ່​ພາກ​ພື້ນ. ທ່ານຢັ້ງ​ຢືນວ່າ ລັດ​ເຊຍ ກຽມ​ພ້ອມ​ສືບ​ຕໍ່​ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງ​​ເຂົ້າພາກ​ພື້ນ​ຂອງ​ອາ​ຊຽນ ຫຼັງ​ປີ 2015. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ Morgulov ຊີ້​ແຈ້ງວ່າ​: ລັດ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ແລະ ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ອາ​ຊ​ຽ​ນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົ​ງ​ເຂດ​ຕ້ານ​ການ​ຄ້າ​ມະ​ນຸດ, ການ​ຄ້າ ແລະ ການ​ລົງ​ທຶນ, ການ​ເຊື່ອມ​ຕໍ່, ກູ້​ໄພ​ກູ້​ຊີບ, ການ​ທ່ອງ​ທ່ຽວ… ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ Morgulov ກໍ່​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ກ່ຽວ​ຂ້ອ​ງ​ເຖິງ​ການ​ຮ່ວມ​ມື ອາ​ຊຽນ - ລັດ​ເຊຍ.

 


ຂ່າວ/ບົດ​ອື່ນ