ລັດເຊຍສ້າງຕັ້ງຄະນະກຳມະການສືບສວນສອບສວນເຫດເຮືອບິນຕົກຢູ່ຊີຣີ

(VOVWORLD) - ກະຊວງປ້ອງກັນປະເທດລັດເຊຍ ຢັ້ງຢືນວ່າ, ເຮືອບິນທີ່ຫາກໍ່ຕົກຢູ່ຖານທີ່ໝັ້ນຂອງລັດເຊຍ ຢູ່ຊີຣີ ບໍ່ຖືກບຸກໂຈມຕີ. ເຮືອບິນທີ່ປະສົບເຄາະຮ້າຍແມ່ນລຳມີເລກໝາຍ An – 26.

ລັດເຊຍສ້າງຕັ້ງຄະນະກຳມະການສືບສວນສອບສວນເຫດເຮືອບິນຕົກຢູ່ຊີຣີ - ảnh 1 ເຮືອບິນຂົນສົ່ງສິນຄ້າ An – 26

(ພາບປະກອບ: TASS)

ວັນທີ 06 ມີນາ, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ເຮືອບິນຂົນສົ່ງສິນຄ້າ An – 26 ຖືກຕົກໃນຂະນະທີ່ພວມລົງຈອດຢູ່ສະໜາມບິນ Hmeymim ຢູ່ຊີຣີ, ໃນນັ້ນມີຈຸບິນ 6 ຄົນ ແລະ ຜູ້ໂດຍສານ 33 ຄົນ. ຈຸບິນ ແລະ ຜູ້ໂດຍສານທັງໝົດຖືກເສຍຊີວິດ.

        ກະຊວງປ້ອງກັນປະເທດລັດເຊຍ ແຈ້ງໃຫ້ຊາບວ່າ, ໄດ້ສ້າງຕັ້ງຄະນະກຳມະການເພື່ອພິຈາລະຈາທຸກຄວາມສາມາດທີ່ພາໄປເຖິງການເກີດອຸບັດຕິເຫດດັ່ງກ່າວ. ຕາມບັນດາຂໍ້ມູນໃນເບື້ອງຕົ້ນແລ້ວ, ສາຍເຫດທີ່ພາໃຫ້ເກີດອຸປະຕິເຫດອາດແມ່ນຍ້ອນຄວາມຜິດພາດທາງເຕັກນິກ. ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ຖືກເຄາະຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ