ລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຄວາມສາມາດເຂົ້າຮ່ວມການຮົບຮ່ວມຢູ່ຊີຣີ

ລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຄວາມສາມາດເຂົ້າຮ່ວມການຮົບຮ່ວມຢູ່ຊີຣີ - ảnh 1
(ພາ​ບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 29/05, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ໄດ້​ອອກ​ແຈ້ງ​ການ​ໃຫ້​ຮູ້​ວ່າ, ໃນ​ການ​ໂ​ອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ແລະ ຄູ່​ຮ່ວມ​ຕຳ​ແໜ່ງ​ອາ​ເມ​ລິ​ກາ John Kerry, 2 ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ ​ໃນ​ການດຳ​ເນີນ​ບັນ​ດາບັ້ນ​ຮົບ​ຮ່ວມ ຕ້ານ​ບັນ​ດາ​ກຸ່ມກະ​ບົດ​ຢູ່​ຊ​ີ​ຣີ ທີ່ບໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ປະ​ເທດ ກໍ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ອັດ​ປະ​ຕູ​ດ່ານ​ຊາຍ​ແດນ​ຊີຣີ ກັບ​ຕວກ​ກີ ເພື່ອ​ສະ​ກັດ​ກັ້ນ​ການ​ແຊກ​ແຊງ​ຂອງ​ບັນ​ດາ​ມື​ປືນ. ໃນ 2 ເດືອນ​ຜ່ານ​ມາ, ລັດ​ຖະ​ບານ​ຊີ​ຣີ ແລະ ບັນ​ດາ​ກຸ່ມລູກ​ຮື້​ຂຶ້ນ​ໄດ້​ເຫັນ​ດີ​ຢຸດ​ຍິງ ເພື່ອ​ຊຸກ​ຍູ​້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ເຖິງ​ແນວນັ້ນ​ກໍ່​ຕາມ 2 ຝ່າຍ​​ເຄີຍກ່າວ​ຫາ​ກັນ​ລະ​ເມ​ີດ​ຂໍ້​ຕົກ​ລົງ​ເປ​ັນ​ປະ​ຈຳ. ຮອບ​ເຈ​ລະ​ຈາ​ຫວ່າງ​ແລ້ວນີ້​ຢູ່​ເຊີ​ແນວ ກ່ຽວ​ກັບ​ສະ​ພາບ​ການ​ຊີ​ຣີ ຖືກ​ຕ​ົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ ໃນ​ເດືອນ 04 ຜ່ານ​ມາ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ຮອບ​ເຈ​ລະ​ຈາ​ຄັ້ງ​ຕໍ່​ໄປ​ຈະ​ຖືກ​ດຳ​ເນີນ​ໃນ​ທ້າຍ​ເດືອນ 05, ແຕ່​ວ່າ​ຈຸດ​ເວ​ລາ​ເພື່ອ​ດຳ​ເນີນ​ຮອບ​ເຈ​ລະ​ຈາບໍ່​ໄ​ດ້​ປະ​ກາດ​ເທື່ອ.

ຂ່າວ/ບົດ​ອື່ນ