(vovworld) - ວັນທີ 01/05, ກະຊວງປ້ອງກັນປະເທດໃຫ້ຮູ້ວ່າ, ບັນດາການເຈລະຈາລະຫວ່າງລັດເຊຍ ແລະ ອາເມລິກາ ພວມດຳເນີນໄປເພື່ອສ້າງຕັ້ງກົນໄກຢຸດຍິງຊົ່ວຄາວຢູ່ແຂວງ Aleppo, ທາງພາກເໜືອຊີຣີ, ເຊິ່ງແມ່ນສະຖານທີ່ເກີດບັນດາການບຸກໂຈມຕີເຮັດໃຫ້ນັບຮ້ອຍຄົນເສຍຊີວິດ ແລະ ຮັບບາດເຈັບ ໃນຊຸມມື້ຜ່ານມາ. ຫົວໜ້າສູນໄກ່ເກ່ຍບັນດາຝ່າຍເຂົ້າຮ່ວມການຕໍ່ສູ້ຢູ່ຊີຣີ ຂອງລັດເຊຍ, ພົນຕີ Sergei Kuralenko ໃຫ້ຮູ້ວ່າ, ກົນໄກຢຸດຢິງຢູ່ບັນດາເຂດຊານນະຄອນ Damascus ໄດ້ຕໍ່ກຳນົດເວລາຕື່ມອີກ 24 ຊົ່ວໂມງ ຮອດ 21 ໂມງ (GMT) ຂອງວັນທີ 02/05. ຝ່າຍກອງທັບຊີຣີ ກໍ່ຢືນຢັນຂ່າວຄາວດັ່ງກ່າວ. ເຖິງວ່າ, ຍອມຮັບສະພາບການປະທະກັນຢູ່ Aleppo ແມ່ນບໍ່ສາມາດຮັບຮູ້ໄດ້, ແຕ່ລັດເຊຍ ແລະ ອາເມລິກາ ຍັງບໍ່ທັນສ້າງຕັ້ງຂໍ້ຕົກລົງຢຸດຍິງຢູ່ Aleppo ໄດ້ເທື່ອ.