ລັດເຊຍ:ເຫດວາງລະເບີດກໍ່ການຮ້າຍເຮັດໃຫ້ກ່ວາ50ຄົນເສຍຊີວິດແລະຮັບບາດເຈັບ
ກຳລັງກູ້ໄຟກູ້ຊີບຢູ່ສະຖານີລົດໄຟ, ບ່ອນເກີດເຫດວາງລະເບີດສະຫຼະຊີບ
(ພາບ: BBC)
(vovworld) – ເຫດລະເບີດຂະໜາດໃຫຍ່ຢູ່ສະຖານີລົດໄຟຢູ່ນະຄອນ Volgograd ຂຶ້ນກັບສະຫະພັນ ລັດເຊຍ ໃນວັນທີ 29/12, ເຮັດໃຫ້ຢ່າງໜ້ອຍສຸດ 18 ຄົນເສຍຊີວິດ, 37 ຄົນຮັບບາດເຈັບ. ອົງການສືບສວນໃຫ້ຮູ້ວ່າ: ມີວັດຖຸລະເບີດໄດ້ລະເບີດຂຶ້ນໃນຕໍ່ໜ້າປະຕູໂຂງສະຖານທີ່ລົດໄຟແຫ່ງນີ້, ບ່ອນທີ່ເຕົ້າໂຮມຫຼາຍຄົນ. ໃນຂະນະນັ້ນ, ແຫຼ່ງຂ່າວຕ່າງໆໃຫ້ຮູ້ວ່າ:ມີເປົ້າໝາຍແມ່ຍິງຄົນໜຶ່ງໄດ້ປະຕິບັດເຫດວາງລະເບີດສະຫຼະຊີບນີ້. ຜູ້ຕາງໜ້າຂອງປະທານາທິບໍດີ ລັດເຊຍ ຢູ່ເຂດສະຫະພັນທາງພາກໃຕ້ ທ່ານ Vladimir Ustinov ໄດ້ໄປຍັງ Volgograd ເພື່ອຊີ້ນຳວຽກງານສືບສວນກໍ່ຄືຊ່ວຍກູ້ຜູ້ປະສົບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ໄດ້ມອບໃຫ້ກະຊວງສະພາວະສຸກເສີນ ແລະ ກະຊວງສາທາລະນະສຸກ ໜູນຊ່ວຍດ້ານວັດຖຸທີ່ຈຳເປັນໃຫ້ຜູ້ປະສົບເຄາະຮ້າຍຈາກເຫດກໍ່ການຮ້າຍນີ້.