ລັດເຊຍໃຫ້ສັດຕະຍາບັນFTAລະຫວ່ງພັນທະມິດເສດຖະກິດອາຊີ-ເອີລົບແລະຫວຽດນາມ
ປະທານາທິບໍດີລັດເຊຍ V. Putin
ພາບ:TTXVN
|
(vovworld)- ວັນທີ 1/5, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມໃນກົດໝາຍໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ລະຫວ່າງພັນທະມິດເສດຖະກິດ ອາຊີ - ເອີລົບ ແລະ ຫວຽດນາມ. ກ່ອນຫນ້ານັ້ນ ສະພາຕ່ຳ ແລະ ສະພາສູງລັດເຊຍ ໄດ້ຮັບຮອງເອົາເອກະສານດັ່ງກ່າວໃນເດືອນ 4 ຜ່ານມາ. ນີ້ແມ່ນສັນຍາ FTA ສະບັບທຳອິດລະຫວ່າງ ພັນທະມິດເສດຖະກິດ ອາຊີ ເອີລົບ ກັບຄູ່ຮ່ວມມືທີ 3. ສັນຍາດັ່ງກ່າວໄດ້ຮັບການລົງນາມຢູ່ Burabay ກາຢັກສະຖານ ໃນວັນທີ 29/5/2015 ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ. ຕາມສັນຍາດັ່ງກ່າວແລ້ວ, ທຸກການເຄື່ອນໄຫວຄ້າຂາຍສິນຄ້າລະຫວ່າງພັນທະມິດເສດຖະກິດ ອາຊີ ເອີລົບ ແລະ ຫວຽດນາມ ຈະຖືກຍົກເວັ້ນພາສີ. ສັນຍານີ້ກໍນຳໃຊ້ມາດຕະການປົກປ້ອງ, ຕ້ານການຂາຍບຸບລາຄາ ແລະ ຊົດເຊີຍ ຕາມຂໍ້ກຳນົດຂອງອົງການການຄ້າໂລກ.