ລີບີ ຈັດການແຫ່ຂະ ບວນປະທ້ວງຮຽກຮ້ອງຍຸດຕິການໃຊ້ຄວາມຮຸນແຮງຢູ່ Bani Walid

ລີບີ ຈັດການແຫ່ຂະ ບວນປະທ້ວງຮຽກຮ້ອງຍຸດຕິການໃຊ້ຄວາມຮຸນແຮງຢູ່ Bani Walid - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 21/10, ມີຜູ້ແຫ່​ຂະ​ບວນປະ​ທ້ວງ​ປະມານ 500 ຄົນ​ໄດ້​ເຂົ້າ​ບໍລິ​ເວນອ້ອມ​ຂ້າງ​ຕຶກ​ອາຄານ​ຂອງສະພາ​ແຫ່ງ​ຊາດ​ລີ​ບີ ​ເພື່ອ​ຮຽກຮ້ອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ເທດສະບານ​ເມືອງ Bani Walid, ຫ່າງ​ຈາກ​ນະຄອນຫຼວງ Tripoli 180 ກ​.ມ ​ໄປ​ທາງ​ທິດຕາ​ເວັນ​ອອກ ທີ່​ພວມ​ປະສົມ​ກັບການ​ຍິງ​ປືນ​ໃຫຍ່​ຂອງ​ກຸ່ມ​ປະກອບ​ອາ​ວຸດ. ຕາມ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ອງ, ​ເຂົາ​ເຈົ້າ​ໄດ້​ເຕົ້າ​ໂຮມ​ຢູ່​ຕຶກ​ອາຄານ​ສະພາ​ແຫ່ງ​ຊາດ​ຢູ່​ນະຄອນຫຼວງ Tripoli ​ເພື່ອ​ຮຽກຮ້ອງ​ລັດຖະບານ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ສົງຄາມ​ທີ່​ພວມ​ເກີດ​ຂຶ້ນ​ຢູ່ Bani Walid, ​ເຊິ່ງ​​ແມ່ນເທດສະບານ​ເມືອງ​​ຮັບ​ຖື​ວ່າ ແມ່ນ​ໜຶ່ງ​ໃນ​ບັນດາ​​ເຂດກຳ​ແພງ​ສຸດ​ທ້າຍ​ຂອງ​ອະດີດ​ການ​ນຳ Muammar Gaddafi. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ຍິງ​ຂຶ້ນ​ຟ້າ​ເພື່ອສະຫຼາຍ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ສ່ວນ​ຢູ່​ນະຄອນ​ທະ​ເລ Benghazi, ມີ 400 ຄົນ​ໄດ້​ເຂົ້າ​ບໍລິ​ເວນ​ສຳນັກງານ​ສະຖານີໂທລະພາບ​ເອກະ​ຊົນ Al – Ahrar ​ເພື່ອ​ຮຽກຮ້ອງ​ປະກາດ​ບັນດາ​ຫຼັກ​ຖານກ່ຽວ​ກັບ​ເລື່ອງ Khamis, ລູກ​ຊາຍ​ຂອງ​ທ່ານ Gaddafi ​ຖືກ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ທອງ​ທັບ​ລັດຖະບານ ​ແລະ ບັນດາ​ມື​ປືນ​ຢູ່ Bani Walid ​ເມື່ອ​ວັນ​ທີ 20/10.

ຂ່າວ/ບົດ​ອື່ນ