ລີບັງບົ່ງຕົວນາຍົກລັດຖະມົນຕີຄົນໃໝ່

ລີບັງບົ່ງຕົວນາຍົກລັດຖະມົນຕີຄົນໃໝ່ - ảnh 1

ປະທານາທິບໍດີ​ລີ​ບັງ Michel Sleiman ​
(ພາບປະກອບ: cand.com.vn
)

(vovworld) – ວັນ​ທີ 6/4, ປະທານາທິບໍດີ​ລີ​ບັງ Michel Sleiman ​ໄດ້​ບົ່ງ​ຕົວ ສສ Tammam Salam, ອາຍຸ 58 ປີ, ຜູ້​ທີ່ເຄີຍ​ເປັນລັດຖະມົນຕີ​ກະຊວງ​ວັດທະນະທຳ​ໃນ​ລັດຖະບັງເກົ່າ ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່, ​ແທນ​ໃຫ້​ທ່ານ​ນາຍົກລັດຖະມົນຕີ Najib Mikati ຜູ້​ຫາ​ກໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເມື່ອ​ທ້າຍ​ເດືອນ​ກ່ອນ. ສສ 124 ທ່ານ ​ໃນ​ຈຳນວນ ສສ 128 ທ່ານ ທີ່​ຍັງ​ເຄື່ອນ​ຫວ​ໃນ​ສະພາ​ແຫ່ງ​ຊາດ​ລີ​ບັງ ​ໄດ້​ປ່ອນ​ບັດ​ສະໜັບສະໜູນ​​ເລື່ອງ​ແຕ່ງ​ຕັ້ງ​ໃຫ້ທ່າ​ນ Tammam Salam ສ້າງ​ຕັ້ງ​ລັດຖະບານ​ໃໝ່. ທ່ານ​ນາຍົກລັດຖະມົນຕີລີບັງ ຜູ້​ຫາ​ກໍ່​ຮັບ​ດຳລົງ​ຕຳ​ແໜ່​ງ Tammam Salam ຢືນຢັນ ຈະ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ພ້ອມ​ທັງ​ສ້າງ​ພື້ນຖານ​ປະຊາທິປະ​ໄຕ​ໃຫ້​ແກ່​ປະ​ເທດ ກໍ່​ຄື​ສະພາ​ແຫ່ງ​ຊາດ​ລີ​ບັງ. ທ່ານ​ກໍ່​ໄດ້​ຖະ​ແຫຼ​ງວ່າ, ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ລັດຖະບານ​ໃໝ່ ​ໂດຍ​ທ່ານ​ນຳພາ​ນັ້ນ ​ແມ່ນ​ເລື່ອງ​ຈັດ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ປະຊາທິປະ​ໄຕ​ຢູ່​ລີ​ບັງ.

 

ຂ່າວ/ບົດ​ອື່ນ