ລີບັງປາດຖະຫນາຢາກຍູ້ແຮງການຮ່ວມມືດຳເນີນທຸລະກິດກັບຫວຽດນາມ



ລີບັງປາດຖະຫນາຢາກຍູ້ແຮງການຮ່ວມມືດຳເນີນທຸລະກິດກັບຫວຽດນາມ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂດ໋​ຮ່​ວາງ​ລອງ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
​ພາບ:: baoquocte.vn


(vovworld)- ວັນ​ທີ 27/9, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຢີບ ທັງ​ຮັບ​ຜິດ​ຊອບຫນ້າ​ທີ່​ການ​ທູດ​ຢູ່ ລີ​ບັງ ໄດ້​ສົມ​ທົບກັບ​ສະ​ຖານ​ກົງ​ສູນ​ກິ​ຕິ​ມະ​ສັກ​ຫວຽດ​ນາມ ຢູ່ ລີ​ບັງ ແລະ ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ ລີ​ບັງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ເສດ​ຖະ​ກິດ ດ້ວຍ​ຫົວ​ຂໍ້​ວ່າ: “ຕະ​ຫລາດ​ຫວຽດ​ນາມ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ”, ເພື່ອ​ແນະ​ນຳ​ບັນ​ດາ​ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື​ລະ​ຫວ່າງບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ, ສົ່ງ​ເສີມ​ດ້ານ​ການ​ຄ້າ​ສອງ​ຝ່າຍ ແລະ ສະ​ເຫນີ​ຕົວ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງ​ສະ​ພາ​ບັນ​ດາ​ວິ​ສາ​ຫະ​ກິດ ລີ​ບັງ​ດຳ​ເນີນ​ທຸ​ລະ​ກິດ​ກັບ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ໂດ໋​ຮ່​ວາງ​ລອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອີ​ຢີບ ເນັ້ນ​ຫນ​ັກ​ວ່າ: ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິ​ດ​ຕະ​ພາບ​ລະ​ຫວ່າງ ລີ​ບັງ ແລະ ຫວຽດ​ນາມ, ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຄວນ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ງານ​ຕະ​ຫລາດ​ນັດ​ດ້ານ​ການ​ຄ້າ, ງານ​ວາງ​ສະ​ແດງ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບການ​ລົງ​ທຶນ​ໂດ​ຍ​ສອງ​ຝ່າຍ​ຈັດ​ຕັ້ງ ເພື່ອ​ຊອກ​ຫາ​ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື, ສ້າງ​ຊ່ອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຕະ​ຫລາດ​ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ລີ​ບັງ, ສ້າງ​ການ​ພົວ​ພັນ​ໂດຍ​ກົງ​ນຳ​ກັນ​ເພື່ອ​ຫລຸດ​ຜ່ອນ​ຄວ​າມ​ສ່ຽງ, ຜ່ານນັ້ນ ສົ່​ງ​ເສີມ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ.

ຕອບກັບ

ຂ່າວ/ບົດ​ອື່ນ