ນັກຮຽນ, ນັກສຶກສາ ໄຊງ່ອນໃນເມື່ອກ່ອນແຫ່ຂະບວນປະທ້ວງ
ພາບເອກະສານ:internet
|
(vovworld) - ວັນທີ 9/1, ແມ່ນວັນລະນຶກ 63 ປີແຫ່ງວັນມູນເຊື້ອຂອງນັກຮຽນ, ນັກສຶກສາ ຫວຽດນາມ. ກອ່ນນີ້ 63 ປີ, ຄືວັນທີ 9/1/1950, ຂະບວນຊາວຫນຸ່ມກູ້ຊາດ ແລະ ຄະນະນັກຮຽນ ໄຊງ່ອນ - ເຈີ້ເລີນ(ຕະຫລາດໃຫຍ່) ໄດ້ຂົນຂວາຍ ແລະ ຈັດຕັ້ງໃຫ້ນັກຮຽນ, ນັກສຶກສາກວ່າ 2.000 ຄົນຢູ່ບັນດາໂຮງຮຽນ ພ້ອມກັບຄູອາຈານຫລາຍຄົນ ແລະ ປະຊາຊົນ ໄຊງ່ອນ - ເຈີ້ເລີນ ແຫ່ຂະບວນຮຽກຮ້ອງຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນ, ນັກສຶກສາເພື່ອຮຳ່ຮຽນ ແລະ ປ່ອຍຕົວບັນດານັກຮຽນ, ນັກສຶກສາທີ່ຖືກຈັບຕົວ ແລະ ເປີດໂຮງຮຽນຄືນໃຫມ່. ຜູ້ແຫ່ຂະບວນປະທ້ວງດັ່ງກ່າວຖືກປາບປາມທໍລະມານ. ເຫດການເມື່ອວັນທີ 9/1/1950 ແລະ ຈິດໃຈຕໍ່ສູ້ອັນພິລະອາດຫານ ກໍຄືການເສຍສະຫລະຊີວິດຂອງນັກສຶກສາ ເຈີນວັນເຍີນ ໄດ້ເຮັດນັກຮຽນ, ນັກສຶກສາ ແລະ ປະຊາຊົນ ໄຊງ່ອນ - ເຈີ້ນເລີນໃນເມື່ອກ່ອນມີຄວາມຄຽດແຄ້ນສັດຕູ ແລະ ມີເຈດຈຳນົງເດັດດ່ຽວຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງໃນ. ດ້ວຍເຫດການດັ່ງກ່າວ, ກອງປະຊຸມໃຫຍ່ທົ່ວປະເທດສະຫະພັນຊາວຫນຸ່ມ ຫວຽດນາມ ຄັ້ງທີ 1 ເດືອນ 2/1950 ຢູ່ ຫວຽດບັກ (ໝາຍເຖິງທາງທິດເຫນືອ ຫວຽດນາມ) ໄດ້ຕົກລົງຖືກເອົາວັນທີ 9/1 ປະຈຳປີ ເປັນວັນມູນເຊື້ອຂອງນັກຮຽນ, ນັກສຶກສາ ຫວຽດນາມ.