ລະນຶກວັນໂລກເຊີດຊູ ຜູ້ບໍລິຈາກເລືອດ

ລະນຶກວັນໂລກເຊີດຊູ ຜູ້ບໍລິຈາກເລືອດ - ảnh 1

ຊາວ​ໜຸ່ມ​ກວາງ​ນາມ ​ບໍລິຈາກ​ເລືອດ

(ພາບ:tinhdoanqnam.vn)

( vovworld ) – ວັນ​ທີ 14/6, ບັນດາ​ທ້ອງ​ຖິ່ນຂອງ​ຫວຽດນາມ ​ໄດ້​ຈັດ​ບັນດາ​ການ​ເຄື​ອ່ນ​ໄຫວລະນຶກ​ວັນ​ໂລກ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ ຄື​ວັນ​ທີ 14/6​. ​ໃນ​ຕອນ​ເຊົ້າວັນ​ທີ 14/6, ນະຄອນ​ເກີນ​ເທີ​ ໄດ້​ຈັດການ​ພົບ​ປະ​ສ້າງສັນ, ​ເຊີດ​ຊູ 13 ຄອບຄົວ ​ແລະ ກ່ວາ 100 ​ບຸກຄົນ​ດີ​ເດັ່ນ​ໃນ​ຂະ​ບວນການ​ບໍລິຈາກ​ເລືອດ​ອາສາ​ສະໝັກ​ປີ 2012. ທີ່​ພິທີ, ກາ​ນນຳ​ນະຄອນ​ເກີນ​ເທີ ​ໄດ້​ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພັດທະນາ​ຂະ​ບວນການ​ນີ້​ໃນ​ທົ່ວ​ບໍລິ​ເວນ​ຢ່າງ​ກ້ວາງ​ຂວາງ​ກ່ວາ​ອີກ. ທ່ານ Huynh Tien Dung ຮອງ​ຜູ້​ປະຈຳການ​ຄະນະ​ຊີ້​ນຳ​ການ​ບໍລິຈາກ​ເລືອດ​ອາສາ​ສະໝັກນະຄອນ​ໃຫ້​ຮູ້​ວ່າ:

   “​ນັບ​ແຕ່​ປີ 2012 ​ເປັນຕົ້ນ​ໄປ, ຄະນະ​ຊີ້​ນຳ​ການ​ບໍລິຈາກ​ເລືອດ​ແຫ່ງ​ຊາດ ​ໄດ້​ມອບ​ໜ້າ​ທີ່​ຕ້ອງ​ຄ່ອຍໆເພີ່ມ​ຄາດໝາຍ​ໃນຊຸມ​ປີ​ຕໍ່​ໄປ. ສະນັ້ນທາງ​ນະຄອນ​ເກີນເທີ ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ໃຫ້​ປະຊາຊົນ​ເກີນ​ເທີ​ ເທົ່າ​ນັ້ນ ຫາກ​ຍັງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເບີ່​ງ​ແຍງ​ໃຫ້​ບັນດາ​ແຂວງ​ໃກ້​ຄຽງ​ຢູ່​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ອີກ​ດ້ວຍ. ຄະນະ​ຊີ້​ນຳ​ສືບ​ຕໍ່ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ປະຕິບັດ​ຄາດໝາຍ ໜ້າ​ທີ່​ເປັນ​ຢ່າງ​ດີ​ກ່ວາ​ອີກ“

 

ຂ່າວ/ບົດ​ອື່ນ