ລາຄານ້ຳມັນຫລຸດລົງ3ຄັ້ງຢ່າງລຽນຕິດຍ້ອນການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ

ລາຄານ້ຳມັນຫລຸດລົງ3ຄັ້ງຢ່າງລຽນຕິດຍ້ອນການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ - ảnh 1
ພາບ​ປະ​ກອບ

(vovworld) – ຕໍ່​ໜ້າ​ເລື່ອງ​ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ພ້ອມ​ກັບ ເຢຍ​ລະ​ມັນ) ອາດ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ, ຕາມນັ້ນ​ແລ້ວ, ຄຳ​ສັ່ງ​​ຫ້າມສົ່ງ​ອອກ​ນ້ຳ​ມັນ​ສຳ​ລັບ ອີ​ຣານ ອາ​ດ​ຈະ​ຖືກ ຍົກ​ເລີກ, ລາ​ຄາ​ນ້ຳ​ມັນ​ໃນ​ຕະຫຼາດ​ໂລກ​ຖືກ​ຫລຸດ​ລົງ​ຢ່າງ​ລຽນ​ຕິດ​ໃນ 3 ວາ​ລະທຸ​ລ​ະ​ກຳ​ຜ່ານ​ມາ, ເມື່ອ​ສິ້ນສຸດ​ວາ​ລະ​​ທຸ​ລະ​ກຳ​ໃນ​ວັນ​ທີ 31/3, ລາ​ຄາ​ນ້ຳ​ມັນ​ Brent ຢູ່​ທະ​ເລ​ເໜືອ​​ທີ່​ຕະຫຼາດ ນິວຢອກ ສືບ​ຕໍ່​ຫລຸດ​​ລົງ 1,18 USD, ເທົ່າ​ກັບ 2,1%, ລົງ​ເຫຼືອ​ພຽງ 55,11 USD/ຖັງ. ດັ່ງ​ນັ້ນ, ສະ​ເພາະ​ໃນ​ເດືອນ 3, ລາ​ຄາ​ນ້ຳ​ມັນ Brent ໄດ້​ຫລຸດ​ລົງ​ທັງ​ໝົດ 12%. ໃນ​ວັນ​ທີ 31/3, ລາ​ຄາ​ນ້ຳ​ມັນ​ດິບ​ຂອງ ອາ​ເມ​ລິ​ກາ ກໍ່​ຫລຸດ​ລ​ົງ 1,08 USD, ເທົ່າ​ກັບ 2,2%, ລົງ​ເຫຼືອ​ພຽງ 47,60 USD/ຖັງ. ໃນ 3 ວາ​ລະ​​ທຸ​ລະ​ກຳ​ມໍ່ໆ​ມານີ້, ລາ​ຄາ​ນ້ຳ​ມັນ​ດິບ​ຂອງ ອາ​ເມ​ລິ​ກາ ຖືກ​ຫລຸດ​ລົງ​ທັງ​ໝົດ​ກ່​ວາ 7%.


ຂ່າວ/ບົດ​ອື່ນ