ລາຄານ້ຳມັນຫລຸດລົງຢ່າງແຮງສ້າງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດທົ່ວໂລກ
(ພາບປະກອບຈາກ AFP)
|
(vovworld) - ລາຄານ້ຳມັນຫລຸດລົງຢ່າງແຮງສ້າງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດທົ່ວໂລກ - ນັ້ນແມ່ນການຕີລາຄາໄດ້ຍົກອອກມາໃນຖະແຫຼງການຮ່ວມຂອງກອງປະຊຸມບັນດາລັດຖະມົນຕີວ່າການກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ຖືກອັດລົງໃນວັນທີ 10/2, ຢູ່ Istanbul (ປະເທດຕວກກີ). ຕາມນັ້ນແລ້ວ, ເລື່ອງລາຄານ້ຳມັນຫລຸດລົງອາດຈະຊຸກຍູ້ກຳລັງຊື້ຂອງບັນດາປະເທດນຳເຂົ້າພະລັງງານ ແລະ ຫລຸດຜ່ອນຄວາມດັ່ນຈາກໄພເງິນເຟີ້. ເຖິງຢ່າງໃດກໍ່ຕາມ, ຍ້ອນການຄາດຄະເນລາຄານ້ຳມັນຍັງບໍ່ທັນຈະແຈ້ງ ດັ່ງນັ້ນຕ້ອງຕິດຕາມສະພາບການຢູ່ບັນດາຕະຫຼາດ ກໍ່ຄືຜົນສະທ້ອນຂອງການຜັນແປລາຄານ້ຳມັນເຖິງເສດຖະກິດໂລກ. ຕາມ G20 ແລ້ວ, ລາຄານ້ຳມັນຫລຸດລົງກໍ່ສ້າງກາລະໂອກາດເພື່ອໃຫ້ບັນດາປະເທດ ຕີລາຄາຄືນນະໂຍບາຍພາສີ ແລະ ລົບລ້າງນະໂຍບາຍໜູນຊ່ວຍລາຄາເຊື້ອເພິງ. ຖະແຫຼງການຂອງ G20 ກໍ່ຊີ້ແຈ້ງບັນດາປະເທດສະມາຊິກຈະດຳເນີນບາດກ້າວທີ່ແຂງແຮງເພື່ອແນໃສ່ຊຸກຍູ້ເສດຖະກິດທົ່ວໂລກ, ພ້ອມທັງຊົມເຊີຍບັນດາແງ່ຫວັງທີ່ຕັ້ງໜ້າກ່ຽວກັບການເຕີບໂຕເສດຖະກິດ ແລະ ວຽກເຮັດງານທຳຢູ່ບາງພື້ນຖານເສດຖະກິດຫຼັກແຫຼ່ງ. ເຖິງຢ່າງໃດກໍ່ຕາມ, ບັນດາປະເທດສະມາຊິກ G20 ກໍ່ສະແດງຄວາມວິຕົກກັງວົນຕໍ່ລະດັບຟື້ນຟູເສດຖະກິດຢ່າງຊັກຊ້າຢູ່ເຂດໃຊ້ສະກຸນເງິນ ລວມເອີໂຣ (Eurozone), ຍີ່ປຸ່ນ ແລະ ບາງພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນ.