(VOVWORLD) - U19 ຫວຽດນາມ ຈະເຂົ້າຮອບຊີງຮອງຊະນະເລີດດ້ວຍຖານະເປັນທິມຢືນອັນດັບໜຶ່ງຂອງສາຍ A, ໃນຂະນະນັ້ນ, U19 ໄທ ຢືນອັນດັບທີ 2.
U19 ຫວຽດນາມ ແລະ U19 ໄທ ສະເໝີກັນ ພ້ອມກັນເຂົ້າຮອບຊີງຮອງຊະນະເລີດ (ພາບ: VOV) |
ທິມບານເຕະ U19 ຫວຽດນາມ ໄດ້ພົບກັບ ທິມບານເຕະ U19 ໄທ ໃນນັດສຸດທ້າຍຂອງຮອບຄັດເລືອກ ໃນຕອນຄ່ຳວັນທີ 10 ກໍລະກົດ ຢູ່ ອິນໂດເນເຊຍ ດ້ວຍຄະແນນ 1 ປະຕູຕໍ່ 1. ໃນນັດແຂ່ງຂັນທີ່ຍັງເຫຼືອ, U19 ອິນໂດເນເຊຍ ເອົາຊະນະ U19 ມຽນມາ ດ້ວຍ 5 ປະຕູຕໍ່ໜຶ່ງ ແຕ່ບໍ່ສາມາດເຂົ້າຮອບຕໍ່ໄປ ຍ້ອນມີຄະແນນຍິງປະຕູຕ່ຳກວ່າ.
U19 ຫວຽດນາມ ຈະເຂົ້າຮອບຊີງຮອງຊະນະເລີດດ້ວຍຖານະເປັນທິມຢືນອັນດັບໜຶ່ງຂອງສາຍ A, ໃນຂະນະນັ້ນ, U19 ໄທ ຢືນອັນດັບທີ 2.