(VOVWORLD) - ພິທີຍ້ອງຍໍຊົມເຊີຍ ແລະ ມອບລາງວັນ ເລືອງດີ່ງກວ໋າຄັ້ງທີ 14 ປີ 2019 ໄດ້ດຳເນີນໃນຕອນຄ່ຳວັນທີ 19 ທັນວາ ຢູ່ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ (ພາບ:vnexpress.net) |
ລາງວັນ ເລືອງດີ່ງກວ໋າ ແມ່ນລາງວັນຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ທີ່ມອບທຸກໆປີໃຫ້ຊາວໜຸ່ມຊົນນະບົດຜູ້ທີ່ມີຜົນງານໂດດເດັ່ນໃນການຜະລິດ, ດຳເນີນທຸລະກິດ, ຖ່າຍທອດຄວາມກ້າວໜ້າວິທະຍາສາດເຕັກນິກ, ເຕັກໂນໂລຊີ, ພັດທະນາຂະແໜງອາຊີບ, ປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງຊົນນະບົດໃໝ່, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງຄະນະຊາວໜຸ່ມ, ສະມາຄົມຢູ່ທ້ອງຖິ່ນ ແລະ ອົງການສຳນັກງານ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ສະເໜີວ່າ:
“ຈັດຕັ້ງການປຸກລະດົມຊາວໜຸ່ມແຂ່ງຂັນກັນ ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ສ້າງເສດຖະກິດເກັ່ງ. ຍູ້ແຮງການເຄື່ອນໄຫວຄົ້ນຄວ້າ, ນຳໃຊ້ບັນດາຄວາມກ້າວໜ້າທາງວິທະຍາສາດເຕັກນິກເຂົ້າໃນການຜະລິດໃນບັນດາຂົງເຂດກະສິກຳ, ປ່າໄມ້, ການປະມົງ, ພິເສດແມ່ນໝູນໃຊ້ເຕັກໂນໂລຊີສູງ. ສົ່ງເສີມການຜະລິດກະສິກຳປອດສານພິດ, ກະສິກຳອິນຊີ.”