ລາງວັນດາວແດງ 2022 - ເຊີດຊູນັກທຸລະກິດໜຸ່ມນຳພາວິສາຫະກິດເປັນຢ່າງດີ, ມີຄວາມຕັ້ງໜ້າເພື່ອປະຊາຄົມ

(VOVWORLD) -ໃນໄລຍະຜ່ານມາ ຖັນແຖວນັກທຸລະກິດເວົ້າລວມ, ນັກທຸລະກິດໜຸ່ມເວົ້າສະເພາະ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ປະເທດຊາດ, ແລະ ປະຈຸບັນຄວນມານະພະຍາຍາມຫຼາຍກວ່າເກົ່າໃນໄລຍະເສດຖະກິດໃໝ່
ລາງວັນດາວແດງ 2022 - ເຊີດຊູນັກທຸລະກິດໜຸ່ມນຳພາວິສາຫະກິດເປັນຢ່າງດີ, ມີຄວາມຕັ້ງໜ້າເພື່ອປະຊາຄົມ - ảnh 1(ທີ່ພິທີມອບລາງວັນ)

        ຕອນຄ່ຳວັນທີ 08 ພະຈິກ, ຢູ່ຮ່າໂນ້ຍ, ພາຍຫຼັງປຸກລະດົມມາເປັນເວລາ 4 ເດືອນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສຸນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໄດ້ມອບລາງວັນ ນັກທຸລະກິດໜຸ່ມດີເດັ່ນປີ 2022 ໃຫ້ນັກທຸລະກິດໜຸ່ມ 86 ຄົນ, ມອບລາງວັນດາວແດງ 2022 ໃຫ້ນັກທຸລະກິດໜຸ່ມດີເດັ່ນ 10 ຄົນ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນແອັງຕວັນ ຫົວໜ້າຄະນະເສດຖະກິດສູນກາງພັກ ຢືນຢັນວ່າ, ໃນໄລຍະຜ່ານມາ ຖັນແຖວນັກທຸລະກິດເວົ້າລວມ, ນັກທຸລະກິດໜຸ່ມເວົ້າສະເພາະ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ປະເທດຊາດ, ແລະ ປະຈຸບັນຄວນມານະພະຍາຍາມຫຼາຍກວ່າເກົ່າໃນໄລຍະເສດຖະກິດໃໝ່, ຢືນຢັນບົດບາດບໍ່ທີ່ບໍ່ອາດທົດແທນໄດ້ໃນການພັດທະນາເສດຖະກິດ - ສັງຄົມ.

        ຜ່ານ 23 ປີ ດ້ວຍການຈັດຕັ້ງ 12 ຄັ້ງນັ້ນ, ມີນັກທຸລະກິດໜຸ່ມດີເດັ່ນນັບຮ້ອຍຄົນໄດ້ຮັບການຄັດເລືອກ ແລະ ເຊີດຊູ, ໃນນັ້ນມີນັກທຸລະກິດໜຸ່ມ 117 ຄົນໄດ້ຮັບລາງວັນ ດາວແດງ. ມີນັກທຸລະກິດຫຼາຍຄົນໄດ້ພັດທະນາວິສາຫະກິດຢືນແຖວໜ້າຂອງປະເທດ ແລະ ໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ