(VOVWORLD) -ລາຍການບໍ່ພຽງແຕ່ພັນລະນາບຸກຄະລິກກະພາບອັນຍິ່ງໃຫຍ່ຂອງສະຕະວັດທີ XX ເທົ່ານັ້ນ, ຫາກຍັງຍິ່ງກ່ວາສິ່ງໃດໝົດ ແມ່ນເພື່ອຢັ້ງຢືນຄຸນຄ່າ ຫວຽດນາມ ອະມະຕະ.
ພົບປະກັບຕົວພະຍານ (ພາບ: sggp.org.vn) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ, ສະຖານີໂທລະພາບ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງ ປະຕິບັດລາຍການ “ຫົວໃຈຫວຽດນາມ”, ເຊິ່ງໄດ້ອອກອາກາດໃນຕອນຄ່ຳວັນທີ 22 ສິງຫາຜ່ານຊ່ອງໂທລະພາບ VTV1.
ລາຍການບໍ່ພຽງແຕ່ພັນລະນາບຸກຄະລິກກະພາບອັນຍິ່ງໃຫຍ່ຂອງສະຕະວັດທີ XX ເທົ່ານັ້ນ, ຫາກຍັງຍິ່ງກ່ວາສິ່ງໃດໝົດ ແມ່ນເພື່ອຢັ້ງຢືນຄຸນຄ່າ ຫວຽດນາມ ອະມະຕະ. ໄປຄຽງຄູ່ກັບບັນດາບົດສາລະຄະດີ, ຮູບພາບຕ່າງໆ ເພື່ອແນໃສ່ວາດພາບເຖິງບັນຍາກາດປະຫວັດສາດ, ບັນດາຂີດໝາຍຈຸດເວລາ ທີ່ຕິດພັນກັບຊື່ສຽງຂອງ ທ່ານພົນເອກ ຫວໍງວຽນຢາບ, ບັນດາການໂອ້ລົມໃນລາຍການ ໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກ ທັງເຄົາລົບນັບຖື, ເອກອ້າງທະນົງໃຈ, ທັງສະໜິດຕິດພັນ, ສັດຊື່ ຈາກແງ່ມູມຂອງແຂກຖືກເຊີນ. ລາຍການຍັງມີບັນດາລາຍການສະແດງສິລະປະທີ່ມີບັນດາທຳນຳເພັງສະຫງ່າຜ່າເຜີຍ ກ່ຽວກັບຄວາມຮັກບ້ານເກີດເມືອງນອນປະເທດຊາດ, ກ່ຽວກັບຈິດໃຈຫວຽດນາມ ໂດຍບັນດານັກສິລະປິນ, ນັກຮ້ອງທີ່ມີຊື່ສຽງ ສະແດງ.