ລາຍການກະຈາຍສຽງພາກພາສາອັງກິດ24/7ປະກອບສ່ວນໂຄສະນາພາບພົດ,ປະເທດຊາດ,ຊາວຫວຽດນາມອອກສູ່ໂລກ


(vovworld)-  ວັນ​ທີ 6/11, ຢູ່​ສູນ​ກະ​ຈາຍ​ສຽງ​ແຫ່ງ​ຊາ​ນ​ທີ່​ເຮືອນເລ​ກ​ທີ 58 ຖະ​ຫນົນ ກວານ​ຊື ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ກາດ ລາຍ​ການກະ​ຈາຍ​ສຽງ​​ພາກພາ​ສາ ອັງ​ກິດ 24/7. ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ ມີ​ຜູ້​ຕາງ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ຖ​ະ​ແຫລງ​ຂ່າວ ແລະ ສື່​ສານ ພ້ອມ​ດ້ວຍ​ຜູ້​ຕາງ​ຫນ້າ​ສະ​ຖານ​ທູດ​​ຂອງ​ບາງ​ປະ​ເທດ​ຢູ່​ຫວຽດ​ນາມ.

ລາຍການກະຈາຍສຽງພາກພາສາອັງກິດ24/7ປະກອບສ່ວນໂຄສະນາພາບພົດ,ປະເທດຊາດ,ຊາວຫວຽດນາມອອກສູ່ໂລກ - ảnh 1
ທ່ານ​ນາງ​ທອງ​ມີ ດ​ວນ​ສັກ​ດາ, ຮອງ​ທີ່​ປຶກ​ສາ ການ​ສຶກ​ສາ​ວັດ​ທະ​ນະ​ທຳ ລາວ​ປະ​ຈຳ​ຮ່າ​ໂນ້ຍ ພ້ອມ​ດ້ວຍ​ການ​ນຳVOV ແລະ ແຂກ​ຖືກ​ເຊີນ​ ກົດ​ປຸ່ມ​

​ລາຍ​ການ​ກະ​ຈາຍ​ສຽງພາກພາ​ສາ​ອັງ​ກິດ 24/7 ໄດ້​ອອກ​ອາ​ກາດ​​ນັບແຕ່​ວັນ​ທ​ີ 01/10/2015 , ແມ່ນ​ລາຍ​ການກະ​ຈາຍ​ສຽງ​ພາກພາ​ສາ​ອັງ​ກິດ ທຳ​ອິດ ຢູ່​ຫວຽດ​ນາມ ທີ່ອອກ​ອາ​ກາດ​ຕະ​ຫລອດ 24 ຊົ່ວ​ໂມງ ຂອງ​ທຸກໆວັນໃນ​ສັບ​ປະ​ດາ, ​ ​ເພື່ອ​ຮັບ​ໃຊ້​ຜູ້​ຟັງ​ຮູ້​ພາ​ສາ ອັງ​ກິດ ຢູ່ ພາຍ​ໃນປະ​ເທດ ແລະ ໃນ​ໂລກ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “​ໃນ​ສະ​ເພາະ​ຫນ້າ, ​ລາຍ​ການກະ​ຈາຍສຽງ​ພາກພາ​ສາ​ອັງ​ກິດ ອອກ​ອາ​ກາດ​ແຕ່ 6ໂມງ​ ​ຮອດ 24 ໂມງ​ ຜ່ານ​ລະ​ບົບ FM ໃນ​ຄວາມ​ຖີ່ 104 mHz ຢູ່ ຮ່າ​ໂນ້ຍ ແລະ ອອກ​​ທາງ​ສື່​ເອ​ເລັກ​ໂຕ​ນິກ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (vov.vn) ແລະ  ຫນ້າ​ເວັບ​ຂອງ​ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ (vovworld.vn). ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ໂຄ​ສະ​ນາ​ກ່ຽວ​ກັບ​ຜົນ​ງານ​ແຫ່ງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ, ກໍ​ຄ​ື​ແນະ​ນຳ​ສະ​ພາບ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ກິ​ລາ, ປະ​ເທດ​ຊາດ, ຮີດ​ຄອງ​ປະ​ເພ​ນີ….ຂອງ​ຫວຽດ​ນາມ.”

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເຈືອງ​ມີງ​ຕວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ:

        “ໃນ​ທ່າ​ອ່ຽງ​ພັດ​ທະ​ນາ​ສື່ມວນ​ຊົນ​ຫລາຍ​ຮູບ​ການ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ອົງ​ການ​ສືີ່ມ​ວນ​ຊົນ​ໃຫຍ່​ຂອງ​ລັດ. ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ຜ່ານ ລາຍ​ການກະ​ຈາຍ​ສຽງພາກພາ​ສາ​ອັງ​ກິດ 24/7 , ພາບ​ພົດ, ສຽງ​ເວົ້າ ແລະ ສະ​ພາບ​ການ​ຢູ່ ຫວຽດ​ນາມ ຈະ​ໄດ້​ແນະ​ນຳ​ເຖິງ​ເພື່ອນ​ມິດ​ໃນ​ທົ່ວ​ໂລກ. “

 

 

 

ຂ່າວ/ບົດ​ອື່ນ