ລາຍການຊົນນະບົດເຂດພູດອຍປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ
ທ່ານລັດຖະມົນຕີວ່າການກະຊວງ
ວິທະຍາສາດ ແລະ ເຕັກໂນໂລຢີ ຫງວຽນກວນ
(ພາບ: vietnamnet.vn)
(vovworld) - ວັນທີ 18/6, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງການຕີລາຄາຜົນແຫ່ງການປະຕິບັດລາຍການ “ໜູນຊ່ວຍນຳໃຊ້ ແລະ ຖ່າຍທອດຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຢີ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນນະບົດ ແລະ ເຂດພູດອຍ“. ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫງວຽນກວນ, ຫົວໜ້າຄະນະຊີ້ນຳລາຍການ, ໃຫ້ຮູ້ວ່າ:
“ໃນ 10 ປີຈະມາເຖິງ, ພວກຂ້າພະເຈົ້າຈະກຳນົດລາຍການຕາມແຜນນະໂຍບາຍສຳຄັນຂອງພັກ ແລະ ລັດ. ທີໜຶ່ງແມ່ນຮັບໃຊ້ລາຍການຊົນນະບົດໃໝ່, ທີສອງແມ່ນໜູນຊ່ວຍໃຫ້ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍເພື່ອຍົກສູງຊີວິດການເປັນຢູ່, ແລະ ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສຸດທ້າຍແມ່ນສຸມໃສ່ຜະລິດຕະພັນຂອງຊາດຈຳນວນໜຶ່ງເຊັ່ນ: ເຂົ້າຄຸນນະພາບສູງ, ປາໜັງ ແລະ ເຫັດທີ່ເປັນອາຫານ ແລະ ເຫັດເປັນຢາ“.