ລາຍການຍ່າງເພື່ອສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຈະຈັດຂຶ້ນໃນວັນທີ 12 ສິງຫາ

(VOVWORLD) - ໂຄງການດັ່ງກ່າວໄດ້ຈັດຂຶ້ນປີລະເທ່ື່ອ ເພື່ອແນໃສ່ຊ່ວຍໃຫ້ທຸກຄົນເຂົ້າໃຈແຈ້ງກ່ວາກ່ຽວກັບຜົນຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ລາຍການຍ່າງເພື່ອສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຈະຈັດຂຶ້ນໃນວັນທີ 12 ສິງຫາ - ảnh 1ພົນຈັດຕະວາ ເຈິ່ນງອັກໂຖ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VOV)

ລາຍການຍ່າງ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນປີ 2023” ຈະຈັດຂຶ້ນໃນຕອນເຊົ້າວັນທີ 12 ສິງຫາ, ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ, ນະຄອນ ໂຮ່ຈີມິນ.

        ທີ່ການພົບປະລະນຶກ 62 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ (10/8/1961 – 10/8/2023) ຈັດຂຶ້ນໃນວັນທີ 7 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ຈັດຂຶ້ນປີລະເທ່ື່ອ ເພື່ອແນໃສ່ຊ່ວຍໃຫ້ທຸກຄົນເຂົ້າໃຈແຈ້ງກ່ວາກ່ຽວກັບຜົນຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ກໍ່ຄືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ; ຮຽກຮ້ອງໃຫ້ມີການປະກອບສ່ວນຂອງບັນດາອົງການຢູ່ພາຍໃນປະເທດ ແລະ ສາກົນເຂົ້າໃນການເຄື່ອນໄຫວໂຄສະນາຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມມີເງື່ອນໄຂບືນຕົວຂຶ້ນ, ມີຊີວິດການເປັນຢູ່ເປັນປົກກະຕິ. ພົນຈັດຕະວາ ເຈິ່ນງອັກໂຖ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ໂດຍລະນຶກ 62 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ, ປີນີ້, ບັນດາການເຄື່ອນໄຫວມີຫຼາຍຮູບແບບກ່ວາເມື່ອທຽບໃສ່ທຸກປີ. ຈຸດປະສົງລວມແມ່ນສືບຕໍ່ສູ້ຊົນກັບຝ່າຍ ອາເມລິກາ ຮຽກຮ້ອງໃຫ້ເຂົາເຈົ້າຕ້ອງມີຄວາມຮັບຜິດຊອບກັບບັນດາຜົນຮ້າຍຢ້ອນຫຼັງທີ່ເກີດຂຶ້ນໃນປາງສົງຄາມຢູ່ ຫວຽດນາມ, ຍາດເອົາສິດຜົນປະໂຫຍດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຄືນ”.

                               

ຕອບກັບ

ຂ່າວ/ບົດ​ອື່ນ