(ພາບ: truyenthongthudo.vn)
(vovworld)- ລາຍການ “ດວງພະຈັນແຫ່ງນິທານ“ ຄັ້ງທີ 6 ທີ່ມີຫົວຂໍ່ວ່າ: “ບຸນປີໃໝ່ໃຫ້ແກ່ເດັກທີ່ທຸກຍາກ“ ໄດ້ຈັດຂຶ້ນຢູ່ຮ່າໂນ້ຍໃນຕອນຄ່ຳວັນທີ 12/1, ເພື່ອແນໃສ່ຊ່ວຍເດັກທຸກຍາກຕ້ອນຮັບບຸນປີໃໝ່ປະຈຳຊາດ, ປີມະເມຍ 2014 ດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ. ເມື່ອເຂົ້າຮ່ວມລາຍການ, ຜູ້ຊົມໄດ້ຮັບຊົມລາຍການສະແດງສິລະປະຍ້ອງຍໍສັນເສີນລະດູບານໃໝ່, ຍ້ອງຍໍຄວາມງາມຂອງບ້ານເກີດເມືອງນອນ ແລະ ພົບປະແລກປ່ຽນກັບບັນດານັກສິລະປິນ. ຄະນະຈັດຕັ້ງໄດ້ສະຫງວນຈຳນວນເງິນສະໜັບສະໜູນໃຫ້ລາຍການທີ່ມີມຸນຄ່າທັງໝົດກ່ວາ 1,2 ຕື້ດົ່ງເພື່ອຊຶ້ຂອງຂັວນ 1000 ພູດ, ປຶ້ມປະຢັດເງິນຝາກ 150 ຫົວ, ສ້າງເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກພິເສດໃນທົ່ວປະເທດ. ນັບແຕ່ປີ 2008 ມາຮອດປະຈຸບັນ, ລາຍການ “ດວງພະຈັນແຫ່ງນິທານ“ ລະດົມຈຳນວນເງິນໄດ້ເກືອບ 15 ຕື້ດົ່ງເພື່ອໜູນຊ່ວຍໃຫ້ການຜ່າຕັດໝາກຫົວໃຈມະນຸດສະທຳໃຫ້ເດັກນ້ອຍທຸກຍາກເປັນພະຍາດໝາກຫົວໃຈມາແຕ່ເກີດ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈມອບໃຫ້ເດັກກຳພ້າ, ມອບປຶ້ມປະຢັດເງິນຝາກ, ທຶນສຶກສາ, ລົດເຂັນ ແລະ ຂອງຂວັນໃຫ້ບັນດາເດັກນ້ອຍເປັນພະຍາດໜັກ, ເດັກພິການ, ເດັກປະສົບກັບຄວາມຫຍຸ້ງຍາກ./.