ລາຍການ“ດ້ຽນບຽນຝູ-ບົດດົນຕີປະສານສຽງ ສັນຕິພາບ” - ບ່ອນພົບປະ ຕົວພະຍານຫຼັກຖານປະຫວັດສາດ
ລາຍການວາດພາບ ການຂົນສົ່ງເຂົ້າ ເຂົ້າສະໜາມຮົບ
(ພາບ: Thanh Tùng/TTXVN)
(vovworld) – ລາຍການສະແດງສິລະປະສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ (1954 – 2014) ທີ່ມີຊື່ວ່າ “ດ້ຽນບຽນຝູ - ບົດດົນຕີປະສານສຽງສັນຕິພາບ” ຖືກຈັດຂຶ້ນໃນຕອນຄຳ່ວັນທີ 21/4, ຢູ່ຮ່າໂນ້ຍ. ດ້ວຍຈຸດປະສົງວາດພາບ, ເຊີດຊູໄຊຊະນະ ດ້ຽນບຽນຝູ ນັ້ນ ຜູ້ຊົມໄດ້ພົບປະກັບບັນດາບຸກຄົນທີ່ໄດ້ສ້າງເປັນປະຫວັດສາດຂອງຊາດ ຫວຽດນາມ ແລະ ໂລກ, ບັນດາບຸກຄົນມະຫັດສະຈັນ, ບັນດາຕົວພະຍານຫຼັກຖານໃນບັ້ນຮົບທີ່ດຸເດືອດລະຫວ່າງ ຝຣັ່ງ ແລະ ຫວຽດນາມ.
ຈຸດພົ້ນເດັ່ນຂອງລາຍການແມ່ນການສຳພາດທ່ານ Phillippe Sainteny, ລູກຊາຍຂອງທ່ານ Jean Saunteny, ອະດີດຜູ້ວ່າການພາກເໜືອ ຫວຽດນາມ (ຜູ້ທີ່ໄດ້ຕາງໜ້າລັດຖະບານ ຝຣັ່ງ ເຊັນສົນທິສັນຍາເບື້ອງຕົ້ນ 6/3 ກັບປະທານ ໂຮ່ຈີມິນ), ນັ້ນແມ່ນຄວາມຊົງຈຳຂອງທ່ານນາງ Raymond Dien, ແມ່ຍິງ ຝຣັ່ງ ຄົນໜຶ່ງທີ່ໄດ້ສະກັດກັ້ນຂະບວນລົດໄຟຂົນສົ່ງອາວຸດ ໄປຍັງ ຫວຽດນາມ. ພິເສດ, ໃນບັນດາຕົວພະຍານຫຼັກຖານຂອງບັ້ນຮົບ ດ້ຽນບຽນຝູ ໃນເມື່ອກ່ອນ ມີຜູ້ກຳກັບ Daniel Roussel, ອະດີດນັກຂ່າວຂອງໜັງສືພິມ L’Humanitte’ (ມະນຸດສະທຳ), ຜູ້ກຳກັບຝິມຮູບເງົາ “ການຕໍ່ສູ້ລະຫວ່າງ ເສືອ ແລະ ຊ້າງ” ສ່ອງແສງກ່ຽວກັບໄຊຊະນະ ດ້ຽນບຽນຝູ. ເມື່ອແບ່ງປັນຄວາມຄິດຂອງຕົນກ່ຽວກັບໄຊຊະນະ ດ້ຽນບຽນຝູ, ທ່ານ Daniel Roussel ໃຫ້ຮູ້ວ່າ:
“ຄວາມຕັດສິນໃຈຂອງ 2 ຝ່າຍແມ່ນແຕກຕ່າງກັນ. ຝ່າຍ ຝຣັ່ງ ຕໍ່ສູ້ແມ່ນຕ້ອງຕໍ່ສູ້ເທົ່ານັ້ນ, ໃນຂະນະທີ່ຝ່າຍ ຫວຽດນາມ ແມ່ນທົ່ວທັງຊາດ, ແມ່ນບັນດາບຸກຄົນລຸກຮື້ຂຶ້ນຕໍ່ສູ້ເພື່ອຮັກສາເຂດດິນແດນຂອງຕົນ, ເພື່ອຍາດເອົາເອກະລາດ, ສັນຕິພາບໃຫ້ແກ່ຕົນ. ສິ່ງນັ້ນແມ່ນຄວາມແຕກຕ່າງກັນທີ່ສຸດ ແລະ ຍ້ອນຄວາມຕັດສິນໃຈນັ້ນ ຊາດ ຫວຽດນາມ ຈຶ່ງບໍ່ຍອມຈຳນົນ.”