ລາຍການ“ບຸນເຕັດຫວຽດນາມໃນເມື່ອກອ່ນ"ດຳເນີນຢູ່ນະຄອນຫລວງຮ່າໂນ້ຍ
ງານວາງສະແດງພາບພື້ນເມືອງ 3 ປະເທດ
ພາບ:songmoi
|
(vovworld)- ລາຍການ “ບຸນເຕັດຫວຽດນາມ” ພວມດຳເນີນໄປຢູ່ບໍລິເວນຄຸ້ມຖະຫນົນເກົ່າ ຮ່າໂນ້ຍ ດ້ວຍການເຄື່ອນໄຫວຫລາຍຢ່າງຂ່ຳນັບຮັບຕ້ອນລະດູບານໃຫມ່ປີລະກາ2017. ທີ່ສາລາບ້ານ ກີເງີນ ຢູ່ ຖະຫນົນ ຮ່າງບາກ ດຳເນີນງານວາງສະແດງພາບພື້ນເມືອງ 3 ປະເທດ: ພາບພື້ນເມືອງ ຮ່າງຈົງ, ກີມຮ່ວາງ ແລະ ດົງໂຮ່. ທີ່ເຮືອນບູຮານເລກທີ 87 ຖະຫນົນ ໝ໋າໄມ ແນະນຳ ບັນຍາກາດຕ້ອນຮັບບຸນເຕັດຂອງຄອບຄົວຢູ່ຮ່າໂນ້ຍ ໃນເມື່ອກ່ອນ ແລະ ວາງສະແດງຮູບພາບບຸນເຕັດຫວຽດນາມ ໃນເມື່ອກ່ອນ. ສ່ວນຢູ່ ສູນພົວພັນແລກປ່ຽນວັດທະນະທຳຄຸ້ມເມືອງເກົ່າຮ່າໂນ້ຍ, ເລກທີ 50 ຖະຫນົນ ດາວຢູຍຕື ຈະແນະນຳບັນຍາກາດຕ້ອນຮັບບຸນເຕັດຫວຽດນາມໃນເມື່ອກ່ອນຊື່ງດຳເນີນໃນເຮືອນບູຮານຫລັງຫນຶ່ງຢູ່ພາກເຫນືອຫວຽດນາມ. ສ່ວນຢູ່ສູນຂໍ້ມູນຂ່າວສານມໍລະດົກຄຸ້ມເມືອງເກົ່າ ເຮືອນເລກທີ 28 ຖະຫນົນ ຮ່າງບ່ວມ ຮ່າໂນ້ຍ ໄດ້ແນະນຳການແຕ້ມຕົວຫນັງສື, ແຕ້ມພາບພື້ນເມືອງໃນບຸນເຕັດ… ບັນດາການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ອະນຸລັກຮັກສາ ແລະ ເຊີດຊູບັນດາຄຸນຄ່າວັດທະນະທຳພື້ນເມືອງ, ແນະນຳໃຫ້ຜູ້ຊົມ, ພິເສດແມ່ນລຸ້ນຫນຸ່ມບັນດາຄຸນຄ່າພົ້ນເດັ່ນໃນການດຳເນີນຊີດວິດຕ້ອນຮັບບຸນເຕັດຂອງຊາວຮ່າໂນ້ຍ ໃນເມື່ອກ່ອນ ແລະ ບັນດາເຂດຊານນະຄອນຫລວງຮ່າໂນ້ຍ. ທ່ານນາງ ເຈີນທູຍລານ, ຮອງຫົວຫນ້າຄະນະຄຸ້ມຄອງຄຸ້ມຖະຫນົນເກົ່າ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຂ້າພະເຈົາຫວັງວ່າ ເມື່ອຈັດຕັ້ງບັນດາລາຍການວັດທະນະທຳທີ່ເປັນມູນເຊື້ອຄືແນວນີ້, ບັນດາເພື່ອນຫນຸ່ມຈະມີຄວາມຮັບຮູ້ກ່ຽວກັບວັດທະນະທຳ ແລະ ບຸນເຕັດທີ່ເປັນມູນເຊື້ອຂອງຄົນລຸ້ນກ່ອນກວ່າ.”
ລາຍການ “ບຸນເຕັດຫວຽດນາມ” ໂດຍຄະນະຄຸ້ມຄອງຄຸ້ມຖະຫນົນເກົ່າຮ່າໂນ້ຍ ຈັດຕັ້ງ ແຕ່ວັນທີ 19/1-12/2. ລາຍການດັ່ງກ່າວຈະດຶງດູດແຂກພາຍໃນ ແລະ ຕ່າງປະເທດ ມາຊົມ ແລະ ຊອກຮູ້ເປັນຈຳນວນຫລວງຫລາຍ.