ລາຍການພົບປະແລກ ປ່ຽນ,ສະແດງສິລະ ປະພິເສດ “ເຊື່ອໝັ້ນ ຕໍ່ພັກຕະຫຼອດໄປ“


ລາຍການພົບປະແລກ ປ່ຽນ,ສະແດງສິລະ ປະພິເສດ “ເຊື່ອໝັ້ນ ຕໍ່ພັກຕະຫຼອດໄປ“ - ảnh 1

 (ພາບ: vov)

(vovworld)-ລາຍການພົບປະແລກປ່ຽນສະແດງສິລະປະພິເສດ “ເຊື່ອໝັ້ນຕໍ່ພັກຕະຫຼອດໄປ“ ຖືກຈັດຂຶ້ນໃນ ຕອນຄ່ຳວັນທີ 25/1 ຢູ່ໂຮງລະຄອນໃຫ່ຍຮ່າໂນ້ຍ ເພື່ອຂ່ຳນັບຮັບຕ້ອນພິທີສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2014), ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນ ຟຸກ​ ແລະ ການນຳບັນດາ​ກະຊວງ, ຂະແໜງການ ສູນກາງໄດ້ເຂົ້າຮ່ວມລາຍການ.

  ບັນດາແຂກຖືກເຊີນໄດ້ພ້ອມກັນແລກປ່ຽນກ່ຽວກັບປະຫວັດສາດ, ບັນດາຂີດໝາຍ ອັນສະຫງ່າລາສີ ແລະ ບົດບາດນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ຕະຫຼອດ 84 ປີຜ່ານມາ; ບາ​ງບັນຫາ​ວາງ​ອອກ​ເພື່ອ​ເພີ່ມ​ທະວີ​ກຳລັງ​ຕໍ່ສູ້, ຄວາມ​ສາມາດ ​ແລະ ບົດບາດນຳ​ພາ​ຂອງ​ພັກ, ຄວາມ​ສາມາດ​ໃນ​ການ​ປັບປຸງ, ປ່ຽນ​ໃໝ່​ຂອງ​ພັກ ​ເພື່ອ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ສົມ​ແມ່ນ​ກຳລັງ​ນຳ​ໜ້າ​ນຳພາ​ການ​ປະຕິ ວັດ​ຫວຽດນາມ; ການ​ແຜ່​ຂະຫຍາຍຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ເຖິງ​ທຸກ​ດ້ານ​ຂອງ​ຊີວິດ​ການ​ເມືອງ​ສັງຄົມ; ອີງ​ໃສ່ ປຊຊ ​ເພື່ອ​ກໍ່ສ້າງ​ພັກ; ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ…ລາຍການ​ຍັງ​ຍົກ​ອອກ​ອາລົມ​ຈິດ​ຄວາມຮັກ​ແພງ, ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ເຊື່ອມໝັ້ນຂອງ ປຊຊ ທຸກ​ຊັ້ນວັນນະ​ຕໍ່​ບົດບາດນຳ​ພາ​ຂອງ​ພັກ, ຂອງ​ປະທານ​ໂຮ່ຈິ​ມິນ​ຜູ້​ຍິ່ງ​ໃຫ່ຍ; ຢັ້ງຢືນ​ຄວາມ​ຕັດສິນ​ໃຈຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ; ກໍ່ສ້າງ​ພັກ​ກອມ​ມູນິດ​ຫວຽດນາມ ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ສົມ​ເປັນ​ກຳລັງ​ທີ່​ດີ​ເດັ່ນ, ນຳ​ໜ້ານຳພາປະ​ເທດ​ຊາດ​ດຳ​ເນີນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກສຳ​ເລັດ​ຜົນ./.

ຂ່າວ/ບົດ​ອື່ນ