ລາຍການພົບປະແລກປ່ຽນສະແດງສິລະປະ ລະດູບານໃໝ່ຢູ່ເຈື່ອງຊາ

ລາຍການພົບປະແລກປ່ຽນສະແດງສິລະປະ ລະດູບານໃໝ່ຢູ່ເຈື່ອງຊາ - ảnh 1
(ລາຍການ​ພົບ​​ປະແລກປ່ຽນສະ​ແດງ​ສິລະ​ປະ
“ລະດູບານ​ໃໝ່ຢູ່ເຈື່ອງຊາ” ​ປີ 2013)


(vovworld) -     “ລະດູບານ​ໃໝ່ຢູ່ເຈື່ອງຊາ” ​ປີ 2013 ນັ້ນແມ່ນ​ຫົວ​ຂໍ້​ຂອງ​ລາຍການ​ພົບ​​ປະແລກປ່ຽນສະ​ແດງ​ສິລະ​ປະ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່​່າວັນ​ທີ 05/01 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ລາຍການ​ພົບ​ປະ​ແລກປ່ຽນສະ​ແດງ​ສິລະ​ປະຄັ້ງ​ທຳ​ອິດ​ຂອງ​ປີ​ມຸ່ງ​ໄປ​ສູ່ເຂດ​ທະ​ເລ​ໝູ່​ເກາະ, ມຸ່ງ​ໄປ​ເຖິງ​ເຈື່ອງ​ຊາ ທີ່​ຮັບ​ແພງ, ສະ​ແດງ​ນ້ຳ​ໃຈ​ຮັກ​ແພງ​ຂອງ​ປະຊາຊົນ​ເຂດ​ດິນ​ຕໍ່​ແຜ່ນ​ກັບ​ປະຊາຊົນ, ນັກຮົບ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ຫ່າງ​ໄກ, ສ້າງ​ຄວາມ​ໄວ​້ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​​ໄຕ, ​ເອກະ​ພາບ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ວົງ​ຈູ​ລິວ ​ແບ່ງປັນ​ວ່າ.

        “ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ. ອາດ​ເວົ້າ​ໄດ້​ວ່າ ປະຊາຊົນ​ຫວຽດນາມ ພວມ​ມຸ່ງ​ໄປ​ສູ່​ນັກຮົບ ​ແລະ ປະຊາຊົນ​ໃນ​ໝູ່​ເກາະ ​ເຈື່ອງ​ຊາ ດ້ວຍ​ນ້ຳ​ໃຈຄວາມ​ຮັກ​ແພງ ​ແລະ ຫວັງ​ວ່າ​ຜ່ານ​ການ​ເຄື່ອນ​ໄຫວ​ນີ້​ຈະ​ສືບ​ຕໍ່​ໂຄສະນາ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ເຂດ​ທະ​ເລ​ໝູ່​​ເກາະ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ລາຍການ​ພົບ​ປະ​ແລກປ່ຽນ​ສະ​ແດງສິ​ລະ​ປະກໍ​ແມ່ນ​ຂອງຂວັນ​ປີ​ໃໝ່​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ທີ່​ຝາກ​ເຖິງປະຊາຊົນ, ນັກຮົບ​ຢູ່ເມືອງ​ເກາະ​ເຈື່ອງ​ຊາ, ສະ​ແດງ​ໃຫ້​ເຫັນຈິດ​ໃຈ​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ ​ແລະ ຄວາມ​ໄວ​້ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ໃນ​ເຂດ​ດິນ​ຕໍ່​ແຜ່ນ​ທີ່​ມີ​ຕໍ່​ນັກຮົບ ​ແລະ ປະຊາຊົນ​ເມືອງ​ເກາະ​ເຈື່ອງ​ຊາ ທີ່​ຮັກ​ແພງ.”

        ຜ່ານ​ລາຍການ​ນີ້, ມີ​ຈຳນວນ​ເງິນ 300 ລ້ານດົງ ພ້ອມ​ກັບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໄດ້​ຝາກ​ເຖິງ​ນັກຮົບ ​ແລະ ປະຊາຊົນ​ເມືອງ​ເກາະ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ