(vovworld) – ລາຍການພົບປະແລກປ່ຽນສະແດງສິລະປະ “ຫວຽດນາມແຫ່ງຄວາມສັກສິດ” ຄັ້ງທີ 2 ຈະຖືກດຳເນີນໄປໃນຕອນຄໍ່າວັນທີ 27/07 ຢູ່ຮ່າໂນ້ຍ, ເພື່ອແນໃສ່ເຊີດຊູ ແລະ ສະແດງຄວາມຮູ້ບູນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ນີແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2014).
ຜ່ານເລື່ອງລາວຕ່າງໆຂອງແຂກຖືກເຊີນ, ບັນດາອະນຸສອນກ່ຽວກັບໄລຍະສົງຄາມອັນດຸເດືອດ, ຟິມຮູບເງົາປະຫວັດສາດເລື່ອງຕ່າງໆ. ລາຍການຈະວາດພາບຮູບພາບຂອງຫວຽດນາມ, ປະເທດຂອງບັນດາບຸກຄົນທີ່ອົງອາດກ້າແກ່ນ, ພິລະອາດຫານບໍ່ຍອມຈຳນົນຕໍ່ພວກສັດຕູຜູ້ຮຸກຮານ. ທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຟ້າມທິຫາຍຈ່ວຽນ ໃຫ້ຮູ້ວ່າ.
“ລາຍການຫວຽດນາມ ແຫ່ງຄວາມສັກສິດ ຄັ້ງທີ 2 ແມ່ນລາຍການທີ່ມີຄວາມໝາຍສຳຄັນຍິ່ງ. ລາຍການນີ້ແມ່ນເພື່ອແນໃສ່ສະແດງຄວາມຂອບໃຈບັນດາອົງການທີ່ໜູນຊ່ວຍເງິນເພື່ອຊ່ວຍເຫຼືອໃຫ້ແກ່ເປົ້າໝາຍຜູ້ມີຄຸນງາມຄວາມດີ. ລາຍການຄັ້ງທີ 1 ໄດ້ໜູນຊ່ວຍບາງເປົ້າໝາຍ ແລະ ລາຍການຄັ້ງນີ້ ຈະສະຫງວນເງິນເພື່ອລົງຢ້ຽມຢາມແຂວງຮ່າຕິ້ງ, ເພື່ອໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີເຕີມອີກ”.