ການພົວພັນແລກປ່ຽນຈັດຕັ້ງໃນວັນທີ 20/3
(ພາບ: Thái Hùng/TTXVN)
|
(vovworld) – ຕອນຄຳ່ວັນທີ 20/3, ຢູ່ນະຄອນ ບັກນີງ, ຄະນະກຳມະການປະຊາຊົນແຂວງ ບັກນີງ ໄດ້ສົມທົບກັບບໍລິສັດຄວາມກ້າວໜ້າສາກົນ (AIC), ສະຫະສະມາຄົມວັດທະນະທຳສາກົນ ຍີ່ປຸ່ນ Wanokai ຈັດຕັ້ງງານບຸນດອກສະກຸຣະ ແລະ ລາຍການພົວພັນແລກປ່ຽນວັດທະນະທຳ ຍີ່ປຸ່ນ - ບັກນີງ. ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ເຂົ້າຮ່ວມລາຍການ.
ລາຍການພົວພັນແລກປ່ຽນວັດທະນະທຳ ໄດ້ເປີດສາກດ້ວຍບັນດາບົດເພງ, ການຕີກອງສິລະປະທີ່ເປັນເອກະລັກສະເພາະໂດຍບັນດານັກຮ້ອງ ແລະ ນັກສິລະປິນຜູ້ດີເດັ່ນຂອງ ຍີ່ປຸ່ນສະແດງ. ຄະນະຈັດຕັ້ງຍັງໄດ້ວາງສະແດງດອກສະກະຣະ 1.000 ງ່າ ແລະ ຕົ້ນ ສະກະຣະ 50 ຕົ້ນທີ່ໄດ້ສົ່ງມາຈາກ ຍີ່ປຸ່ນ, ຢູ່ສູນວັດທະນະທຳ ກີງບັກ, ນະຄອນ ບັກນີງ, ລາຍການໄດ້ດຶງດູດປະຊາຊົນນັບພັນຄົນມາຊົມ. ລາຍການຈະດຳເນີດຮອດວັນທີ 22/3/2016.