ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018 ມີຫົວຂໍ້ “ຫວຽດນາມ ອະນາຄົດທີ່ສົດໃສ”

(VOVWORLD) - ປະຈຸບັນ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ນັບພັນໆຄົນໄດ້ຈົດທະບຽນເຂົ້າຮ່ວມລາຍການປີ 2018.
ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018 ມີຫົວຂໍ້ “ຫວຽດນາມ ອະນາຄົດທີ່ສົດໃສ” - ảnh 1 ພາບປະກອບ

ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018 ມີຫົວຂໍ້ວ່າ “ຫວຽດນາມ ອະນາຄົດທີ່ສົດໃສ” ຈະຈັດຕັ້ງໃນວັນທີ 7 ກຸມພາ 2018 (ກົງກັບວັນທີ 22 ເດືອນສິບສອງ ປີຣະກາ) ຢູ່ ຮ່າໂນ້ຍ. ລາຍການໄດ້ກາຍເປັນເຫດການໃຫຍ່, ດຶງດູດການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດຈາກທົ່ວທຸກບ່ອນໃນໂລກກັບຄືນເມືອບ້ານເກີດເມືອງນອນເພື່ອຕ້ອນຮັບບຸນເຕັດ, ເຊິ່ງປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ລໍຄອຍໃນໂອກາດບຸນປີໃໝ່ວຽນມາ. ປະຈຸບັນ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ນັບພັນໆຄົນໄດ້ຈົດທະບຽນເຂົ້າຮ່ວມລາຍການປີ 2018.

        ຫົວຂໍ້ປີນີ້ເໝາະສົມກັບສະພາບການໃນປະຈຸບັນ ກໍ່ຄືຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ວ່າ ຫວຽດນາມ ສາມາດສ້າງອະນາຄົດອັນສົດໃສໄດ້. ຈຸດທີ່ເປັນເອກະລັກສະເພາະຂອງລາຍການປີນີ້ແມ່ນມີການເຂົ້າຮ່ວມ ຂອງບັນດານັກສິລະປິນເຊິ່ງແມ່ນຊາວ ຫວຽດນາມ ຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ນັ້ນແມ່ນບັນດານັກສິລະປິນໄດ້ຮັບທີ່ກຳເນີດ ແລະ ເຕີບໃຫຍ່ ຢູ່ຕ່າງປະເທດ ແຕ່ຍາມໃດກໍ່ມຸ່ງຫາບ້ານເກີດເມືອງນອນ ແລະ ສະແດງບັນດາບົດປະພັນດົນຕີດ້ວຍຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ