ລາຍການສິລະປະດ້ວຍຫົວຂໍ້ “ຫວຽດນາມ ພັນປີສວຍສົດງົດງາມ”

(VOVWORLD) -     ຕອນຄໍ່າວັນທີ 30 ສິງຫາ, ຢູ່ຖະໜົນຍ່າງຫງວຽນເຫວ້, ເມືອງ 1, ນະຄອນໂຮ່ຈີມິນ ຂອງຫວຽດນາມ, ປະຊາຊົນນະຄອນໂຮ່ຈີມິນທັງຫຼາຍ ໄດ້ມີໂອກາດຮັບຊົມ, ຫວນຄືນ ແລະ ເຊື່ອມຕົວເຂົ້າກັບບັນດາຈຸດເວລາທີ່ສະຫງ່າອົງອາດຂອງຊຸມເດືອນປີຕໍ່ສູ້ປົດປ່ອຍຊາດ ຜ່ານບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງລາຍການສິລະປະ ດ້ວຍຫົວຂໍ້ວ່າ “ຫວຽດນາມພັນປີສວຍສົດງົດງາມ”.
ລາຍການສິລະປະດ້ວຍຫົວຂໍ້ “ຫວຽດນາມ ພັນປີສວຍສົດງົດງາມ” - ảnh 1ລາຍການສິລະປະດ້ວຍຫົວຂໍ້ “ຫວຽດນາມ ພັນປີສວຍສົດງົດງາມ” 

ລາຍການດັ່ງກ່າວໂດຍພະແນກວັດທະນະທໍາ-ກິລາ ສົມທົບກັບ ສະຖານີໂທລະພາບນະຄອນໂຮ່ຈີມິນ ຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະຕິວັດເດືອນສິງຫາຄົບຮອບ 74 ປີ (19/8/1945-19/8/2019) ແລະ ວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (2/9/1945 – 2/9/2019).

        ນອກຈາກບັນດາບົດເພງຍ້ອງຍໍຊົມເຊີຍປະເທດຊາດ, ຊົມເຊີຍ ແລະ ສັນລະເສີນພັກ, ປະທານໂຮ່ຈີມິນ ແລ້ວ ໃນລາຍການດັ່ງກ່າວ ຍັງໄດ້ສາຍຟິບຮູບເງົາເອກະສານ ກ່ຽວກັບປະທານໂຮ່ຈີມິນ ກ່າວຖະແຫຼງການປະເທດເອກະລາດ ໃນວັນທີ 2 ກັນຍາ 1945 ແລະ ກ່ຽວກັບຄໍາພິໄນກໍາຂອງເພິ່ນ ທີ່ໄດ້ສ້າງໄວ້ໃຫ້ຄົນລຸ້ນຫຼັງອີກດ້ວຍ.  


ຕອບກັບ

ຂ່າວ/ບົດ​ອື່ນ