ລາຍການສະແດງ ສິລະປະສາຍໃຈ ເຈື່ອງເຊີນ
(ພາບ: Thanh Vũ/TTXVN)
(vovworld)- ລາຍການສະແດງສິລະປະສາຍໃຈເຈື່ອງເຊີນ ຖືກຈັດຂຶ້ນໃນຕອນຄ່ຳວັນທີ 10/11 ຢູ່ນະຄອນໂຮ່ຈິມິນ. ນີ້ແມ່ນລາຍການສະແດງສິລະປະເພື່ອແນໃສ່ສະຫລຸບ 4 ປີແຫ່ງການປະຕິບັດລາຍການ ສາຍໃຈເຈື່ອງເຊີນ ໂດຍໜັງສຶພິມໄຊງ່ອນປົດປ່ອຍ ແລະ ບັນດາຫົວໜ່ວຍກ່ຽວຂ້ອງປຸກລະດົມ, ຜັນຂະຫຍາຍ. ພາຍຫຼັງປຸກລະດົມ ແລະ ຜັນຂະຫຍາຍລາຍການ ສາຍໃຈເຈື່ອງເຊີນ ເປັນເວລາ 4 ປີ, ຄະນະຈັດຕັ້ງຂົນຂວາຍລະດົມເງິນໄດ້ເກືອບ 140 ຕື້ດົ່ງ, ດຳເນີນການກໍ່ສ້າງ ແລະ ມອບເຮືອນແຫ່ງສາຍຈິດມິດໃຈກ່ວາ 1300 ຫຼັງຢູ່ 44 ແຂວງ ນະຄອນລວມມູນຄ່າເກືອບ 50 ຕື້ດົ່ງ; ກໍ່ສ້າງອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດເຈື່ອງເຊີນ ຢູ່ແຂວງກວາງບິງ, ກວາງຈິ້….
ໂດຍໄດ້ຮັບຮູ້ບັນດາຜົນງານຊື່ງຜູ້ປະຕິບັດລາຍການບັນລຸໄດ້ນັ້ນ, ທ່ານປະທານປະເທດເຈື່ອງເຕິນຊາງ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ໝູ່ຄະນະການນຳໜັງສຶພິມໄຊງ່ອນປົດປ່ອຍ ແລະ 2 ຄົນ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ມອບໃບຍ້ອງຍໍໃຫ້ 3 ໝູ່ຄະນະ ແລະ 2 ຄົນທີ່ມີບັນດາຜົນງານໃນການປະຕິບັດລາຍການສາຍໃຈເຈື່ອງເຊີນ.