ເຖິງວ່າເດັກນ້ອຍຢູ່ໃນສະພາບການໃດກໍ່ຕ້ອງມີກາລະໂອກາດປະຕິບັດຄວາມໄຝ່ຝັນຂອງຕົນ
(ພາບປະກອບ)
(vovworld) - ຕອບສະໜອງ “ເດືອນກະທຳເພື່ອເດັກນ້ອຍ 2014“, ສະມາຄົມປົກປ້ອງສິດຂອງເດັກຫວຽດນາມ, ສົມທົບກັບໂທລະພາບຫວຽດນາມ ຈັດຕັ້ງ ລາຍການສະແດງສິລະປະ “ເພື່ອຄວາມໄຝ່ຝັນ“. ເພື່ອແນໃສ່ຂົນຂວາຍບັນດາອົງການຈັດຕັ້ງສັງຄົມຮ່ວມແຮງຮ່ວມໃຈຊ່ວຍເຫຼືອເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກມີມານະຈິດຕື່ມອີກເພື່ອບືນຕົວຂຶ້ນ, ສ້າງເງື່ອນໄຂໃຫ້ຄວາມໄຝ່ຝັນຂອງພວກນ້ອງປະກົດຜົນເປັນຈິງ. ໃນລາຍການສະແດງ, ຄະນະຈັດຕັ້ງໄດ້ມອບທຶນສຶກສາ 38 ພູດ ໃຫ້ນັກຮຽນ 38 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ ແຕ່ໄດ້ບືນຕົວຂຶ້ນໃນການດຳລົງຊີວິດ. ທ່ານນາງ ເຈິ່ນທິແທງແທງ, ປະທານສະມາຄົມປົກປັກຮັກສາສິດຂອງເດັກຫວຽດນາມ, ໃຫ້ຮູ້ວ່າ, ພ້ອມກັບການໜູນຊ່ວຍດ້ວຍວັດຖຸແລ້ວ, ລາຍການຍັງຈັດຕັ້ງການກວດ, ປິ່ນປົວ ແລະ ມອບຢາປົວພະຍາດໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາແຂວງພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດນັບພັນຄົນ.
“ດ້ວຍຄວາມປາຖະໜາຢາກໃຫ້ເດັກນ້ອຍທຸກຄົນ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຄືແນວໃດກໍ່ລ້ວນແຕ່ມີໂອກາດເພື່ອປະຕິບັດຄວາມໄຝ່ຝັນ, ຄວາມມຸ້ງມາດປາດຖະໜາຂອງຕົນ ສະມາຄົມປົກປັກຮັກສາສິດຂອງເດັກຫວຽດນາມ ໄດ້ຂົນຂວາຍບັນດານັກອຸປະຖຳຮ່ວມແຮງຮ່ວມໃຈເພື່ອປະຊາຄົມດີທີ່ສຸດ. ນີ້ແມ່ນການເຄື່ອນໄຫວເພື່ອໃຫ້ເດັກນ້ອຍໄດ້ດຳລົງຊີວິດໃນຄວາມຮັກແພງຂອງທົ່ວສັງຄົມ. ເຖິງວ່າທຶນສຶກສານີ້ບໍ່ຫຼາຍກໍ່ຕາມ, ແຕ່ໄດ້ເປັນແຫຼ່ງປຸກລະດົມກຳລັງໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງ ເພື່ອໃຫ້ພວກນ້ອງປະຕິບັດຄວາມໄຝ່ຝັນດ້ວຍຄວາມສາມາດຂອງຕົນ “.