ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຕ້ອນ​ຮັບ​ປີ ໃໝ່ 2021

(VOVWORLD) -ນີ້ແມ່ນລາຍການເຕົ້າໂຮມຮູບແບບການສະແດງ ສິລະປະຫຼາຍປະເພດ, ເນື່ອງຈາກການສະແດງສິລະປະພື້ນເມືອງ ຕະຫຼອດຮອດ ທັນສະໄໝ ໂດຍ ບັນດານັກສິລະປິນ ນະຄອນດ່ານັ້ງ ແລະ ນະຄອນ ໂຮ່ຈີມິນສະແດງ.
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຕ້ອນ​ຮັບ​ປີ ໃໝ່ 2021 - ảnh 1ລາຍການສະແດງສິລະປະ ທີ່ລາຍການ “ລະດູບານໃໝ່ທີີ່ຮັກແພງ - ສະບາຍດີປີໃໝ່ 2021” (TTXVN)

“ລະດູບານໃໝ່ທີີ່ຮັກແພງ - ສະບາຍດີປີໃໝ່ 2021” ແມ່ນຫົວຂໍ້ຂອງລາຍການສະແດງສິລະປະໂດຍພະແນກວັດທະນະທຳ ແລະ ກິລານະຄອນດ່ານັ້ງ ຈັດຂຶ້ນໃນຕອນຄ່ຳວັນທີ 27 ທັນວາ. ນີ້ແມ່ນລາຍການເຕົ້າໂຮມຮູບແບບການສະແດງ ສິລະປະຫຼາຍປະເພດ, ເນື່ອງຈາກການສະແດງສິລະປະພື້ນເມືອງ ຕະຫຼອດຮອດ ທັນສະໄໝ ໂດຍ ບັນດານັກສິລະປິນ ນະຄອນດ່ານັ້ງ ແລະ ນະຄອນ ໂຮ່ຈີມິນສະແດງ. ທ່ານ ຮວຽນວັນຮຸ່ງ, ຫົວໜ້າພະແນກວັດທະນະທຳ ກິລາ ນະຄອນ ດ່ານັ້ງໃຫ້ຮູ້ວ່າ:

ລາຍການສະແດງສິລະປະລະດູບານໃໝ່ທີ່ຮັກແພງ ແມ່ນລາຍການໂດຍ ພະແນະວັດທະນະທຳ, ກິລາ ດ່ານັ້ງ ສົມທົບກັບບັນດາຄູ່ຮ່ວມມື ຈັດຂຶ້ນປະຈຳປີ. ໄປຄຽງຄູ່ກັບການຮັບໃຊ້ຄວາມຕ້ອງການຮັບຊົມສິລະປະຂອງປະຊາຊົນແລ້ວ ລາຍການຍັງມີຄວາມໝາຍສັງຄົມນັ້ນແມ່ນ ສ້າງກອງທຶນໜູນຊ່ວຍໃຫ້ແກ່ ນັກຮຽນທຸກຍາກຢູ່ເມືອງ ແທັງເຄ.

ຕອບກັບ

ຂ່າວ/ບົດ​ອື່ນ