ລາຍການສະແດງສິລະປະພິເສດສະເຫຼີມສະຫຼອງ 112 ປີແຫ່ງວັນປະທານ ໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ

(VOVWORLD) - ດ້ວຍຫົວຂໍ້ “ບົດເພງກ່ຽວກັບປະທານ ໂຮ່ຈີມິນດັງກ້ອງຕະຫຼອດໄປ”, ລາຍການສະແດງສິລະປະເພື່ອແນໃສ່ຕັກເຕືອນລຸ້ນຄົນປະຈຸບັນບໍ່ຫຼົງລືມບຸນຄຸນອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ.
ລາຍການສະແດງສິລະປະພິເສດສະເຫຼີມສະຫຼອງ 112 ປີແຫ່ງວັນປະທານ ໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ - ảnh 1(ທີ່ລາຍການສະແດງສິລະປະ)

        ຕອນຄ່ຳວັນທີ 05 ມິຖຸນາ, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມີນ, ໄດ້ຈັດລາຍການສະແດງສິລະປະພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 - 19 ພຶດສະພາ 2023) ແລະ ສະເຫຼີມສະຫຼອງ 112 ປີແຫ່ງວັນປະທານ ໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ (5 ມິຖຸນາ 1911 – 05 ມິຖຸນາ 2023).

        ດ້ວຍຫົວຂໍ້ “ບົດເພງກ່ຽວກັບປະທານ ໂຮ່ຈີມິນ ດັງກ້ອງຕະຫຼອດໄປ”, ລາຍການສະແດງສິລະປະເພື່ອແນໃສ່ຕັກເຕືອນລຸ້ນຄົນປະຈຸບັນບໍ່ຫຼົງລືມບຸນຄຸນອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ. ນະຄອນ ໂຮ່ຈີມິນ ແມ່ນແຫ່ງເຊິ່ງປະທານ ໂຮ່ຈີມິນ ເລີ່ມເດີນທາງໄປຊອກຫາເສັ້ນທາງກູ້ຊາດ ແລະ ເປັນກຽດໄດ້ໃສ່ຊື່ຂອງ ເພີ່ນ. ໃນຫຼາຍປີຜ່ານມາ, ນະຄອນໄດ້ມີການປ່ຽນແປງໃຫຍ່ຫຼວງຫຼາຍຢ່າງ ດ້ວຍຄວາມຕັດສິນໃຈ “ພ້ອມກັບທົ່ວປະເທດ, ເພື່ອປະເທດຊາດ”. ລາຍການດັ່ງກ່າວລວມມີບັນດາການສະແດງສິລະປະພິເສດ ໂດຍວາດພາບຮູບແບບການເດີນທາງຂອງລຸງ ໂຮ່ ຢູ່ຕ່າງປະເທດ ຈົນຮອດເວລາກັບເມືອປະເທດຕໍ່ສູ້, ອ່ານຖະແຫຼງການປະກາດເອກະລາດ, ສ້າງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ