ພາບປະກອບ:internet
|
vovworld)-ຕອນຄຳ່ວັນທີ 16/8 ຢູ່ ນະຄອນໂຮ່ຈິມີນ, ຄະນະກຳມະການແນວໂຮມປະເທດຊາດ ສົມທົບກັບວິທະຍຸໂທລະພາບ ໂຮ່ຈິມີນ ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະທີ່ມີຫົວຂໍ້ວ່າ: ມຸ່ງໄປເຖິງທະເລ,ໝູ່ເກາະຂອງປະເທດຊາດ” ເພື່ອຂົນຂວາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ ປະກອບສ່ວນໃຫ້ແກ່ “ກອງທຶນເຈື່ອງຊາທີ່ຮັກແພງ”ປີ 2013. ຜ່ານບັນດາລາຍການສິລະປະທີ່ເປັນເອກະລັກ, ລາຍການໄດ້ປະກອບສ່ວນໂຄສະນາກ່ຽວກັບສະຕິອະທິປະໄຕທະເລ, ໝູ່ເກາະ, ຍ້ອງຍໍການເສຍສະຫລະ, ຄວາມອົງອາດກ້າແກ່ນຂອງບັນດາພະນັກງານ, ນັກຮົບ ປົກປັກຮັກສາທະເລ, ໝູ່ເກາະ ກໍຄືອາລົມຈິດຂອງປະຊາຊົນໃນທົ່ວປະເທດຍາມໃດກໍອວ່າຍຫນ້າມາຫາໝູ່ເກາະເຈື່ອງຊາ. ໃນລາຍການ ຄະນະກຳມະການແນວໂຮມປະເທດຊາດ ໄດ້ບໍລິຈາກຈຳນວນເງິນກວ່າ 24 ຕື້ດົ່ງເພື່ອສະຫນັບສະຫນູນກອງທຶນເພື່ອເຈື່ອງຊາຮັກແພງ. ທີ່ການພົບປະແລກປ່ຽນ, ພົນເຮືອຕີ ດີງຢາເທີດ, ກຳມະການການເມືອງເຫລົ່າທັບກອງທັບເຮືອ ໃຫ້ຮູ້ວ່າ: “ໃນຫລາຍປີຜ່ານມາ, ອົງຄະນະພັກ ແລະ ອຳນາດການປົກຄອງ, ປະຊາຊົນນະຄອນໂຮ່ຈິມີນ ພ້ອມກັບປະຊາຊົນໃນທົ່ວປະເທດຍາມໃດກໍອ່ວາຍຫນ້າມາຫາທະເລໝູ່ເກາະ, ໄຫລ່ທະວີບທີ່ສັກກະລະບູຊາຂອງປະເທດຊາດ. ດ້ວຍການສະຫນັບສະຫນູນອັນໃຫຍ່ຫລວງ ໄດ້ປະກອບສ່ວນເຮັດໃຫ້ໂສມຫນ້າ, ທີ່ຕັ້ງ ແລະ ຄວາມໝັ້ນຄົງຂອງເຈື່ອງຊາ ແລະ ຮ້ານຍາມ DK 1.”