ລາຍການແນວຫຼັງໝັ້ນຄົງທະເລໝູ່ເກາະຕັ້ງໝ້ັນ

ລາຍການແນວຫຼັງໝັ້ນຄົງທະເລໝູ່ເກາະຕັ້ງໝ້ັນ - ảnh 1
ຕຳຫຼວດທະເລ ຫາກໍ່ປະຕິບັດໜ້າທີ່ສຳເລັດ ໄດ້ຮັບຂອງຂວັນຈາກລາຍການ

(vovworld) - ວັນ​ທີ 5/7, ຢູ່​ນະຄອນ​ດ່າ​ນັ້ງ, ລາຍການ ​“ແນວ​ຫຼັງ​ໝັ້ນຄົງ, ທະ​ເລ​ໝູ່​ເກາະ​ຕັ້ງ​ໝ້ັນ“ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ ມອບ​ຂອງຂວັນ​ໃຫ້​ຍາດຕິ​ພີ່ນ້ອງ​ບັນດາ​ນັກຮົບ​ຕຳຫຼວດ, ນັກ​ກວດກາ​ການ​ປະມົງ. ລາຍການ​ນີ້ ​ໂດຍ​ໜັງສືພິມ​ຕ່ຽນຟອງ “ນຳ​ໜ້າ“ ​ແລະ ບໍລິສັດ Elmich ຈຳກັດ​ຫວຽດນາມ​ ສົມທົບ​ກັນ​ຈັດ​ຕັ້ງ.

        ລາຍການ​ໄດ້​ມອບ​ຂອງຂວັນ 40 ພູດ (​ແຕ່​ລະ​ພູດ 3 ລ້ານ​ດົ່ງ) ​ໃຫ້ 40 ຄອບຄົວ​ກຳລັງ​ກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ​ທີ່​ພວມ​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດກາ​ນ​ເປັນ​ຢູ່. ທ່ານ ຫງວຽນ​ມິ​ງ​ເຕິ​ມ, ຜູ້ອຳນວຍ ການ​ດຳ​ເນີນ​ທຸລະ​ກິດ ບໍລິສັດ Elmich ຈຳກັດ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”ທາງ​ບໍລິສັດ​ໄດ້​ປຸກລະດົມ​ເດືອນ​ເຄື່ອນ​ໄຫວ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ, ​ແລະ ຫັກ​ເອົາ 15% ລາຍ​ຮັບ​ຂອງ​ເດືອນ​ເພື່ອ​ປະກອບ​​ເຂົ້າ​ກອງ​ທຶນ​ໜູນ​ຊ່ວຍ​ຄອບຄົວ​ບັນດາ​ນັກຮົບ​ທີ່​ມີ​ລູກ​ຫຼານ​ຮຽນ​ເກັ່ງ, ​ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​, ກໍ່​ຄື​ຊ່ວຍ​ເຫຼືອ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ນອກ​ນັ້ນ, ທາງ​ບໍລິສັດ​ກໍ່​ຮຽກຮ້ອງ​ລູກ​ຄ້າ​ທັງ​ໝົດ​ຂອງ​ບໍລິສັດປະກອບ​ວັດຖຸ, ​ເງິນ​ຄຳ​ເພື່ອ​ມອບ​ໃຫ້​ບັນດາ​ຄອບຄົວ​ນັກຮົບ

ກ່ອນ​ໜ້າ​ນັ້ນ, ກອງ​ທຶນ​ໜ່ວຍ​ຊ່ວຍ​ຊາວ​ປະມົງ​ແຂວງ​ກວາງ​ຫງາຍ​ ກໍ່​ໄດ້​ຈັດ​ພິທີ​ມອບ​ເງິນ​ໜູນ​ຊ່ວຍ​ໃຫ້​ບັນດາ​ເຈົ້າ​ຂອງ​ກຳ່​ປັ່ນ​ທີ່​ຖືກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ ຍ້ອນ​ຖືກ​ກຳ່​ປັ່ນ​ຂອງ​ຈີນ​ຕຳ່​ໃສ່, ດ້ວຍ​ຈຳນວນ​ເງິນ​ທັງ​ໝົດ​ແມ່ນ 718 ລ້ານ​ດົ່ງ.

 

ຂ່າວ/ບົດ​ອື່ນ