ລາຍການແຟຊັນ“ເຮົາງາມ-ເພື່ອນກໍ່ງາມ“ຄົ້ນຫາຄວາມງາມຂອງແມ່ຍິງພິການ


ລາຍການແຟຊັນ“ເຮົາງາມ-ເພື່ອນກໍ່ງາມ“ຄົ້ນຫາຄວາມງາມຂອງແມ່ຍິງພິການ - ảnh 1
(ລາຍການແຟຊັນ“ເຮົາງາມ-ເພື່ອນກໍ່ງາມ
“ຄົ້ນຫາຄວາມງາມຂອງແມ່ຍິງພິການ)

(vovworld) - ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຄຸ້ມ​ເມືອງ​ເກົ່າ ​ໂຫ້​ຍອານ​, ​ແຂວງ​ກວາງ​ງາມ ດຳ​ເນີນ​ລາຍການ​ສະ​ແດງ​ແຟຊັນ​ສຳລັບ​ແມ່ຍິງ​ພິການ. ດ້ວຍ​ຫົວ​ຂໍ້​ວ່າ “ເຮົາ​ງາມ-​ເພື່ອນ​ກໍ່​ງາມ“. ລາຍການ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 16/4 ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄວາມ​ງາມ, ຄຸນຄ່າ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຄົນ​ພິການ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ແລະ ຮັກ​ຕົນ​ເອງ​ກວ່າ. ມີ​ແມ່ຍິງພິການ​ເກືອບ 30 ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ສະ​ແດງ​ແຟຊັນ​ຂອງ​ນັກ​ອອກ​ແບບ 2 ຄົນ, ນັ້ນ​ແມ່ນ Diego, ຊາວ ​ແອ​ດສະ​ປາຍ ​ແລະ ນັກ​ອອກ​ແບບ​ ຈິ້ງວິ້ງ​ອວຽນ, ຊາວ​ນະຄອນ ​ໂກ້ຍ​ອານ. ທ່ານ​ Borrowman ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ​ປະຈຳ ຫວຽດນາມ, ນັກ​ອຸປະຖຳ​ຕົ້ນຕໍ​ໃຫ້​ລາຍການ, ​ໃຫ້​ຮູ້​ວ່າ:

        “ຜູ້​​ໃດກໍ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ພັດທະນາ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ມີ​ແມ່ຍິງ​ພິການ​ຫຼາຍ​ຄົນ​ຕ້ອງການ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ພິ​ເສດ​ຫຼາຍ​ກວ່າ​ຜູ້​ອື່ນ. ພວກ​ຂ້າພະ​ເຈົ​້າປະຕິບັດ​ລາຍການ​ນີ້​ບໍ່​ພຽງ​ແຕ່​ຢູ່ ອົດ​ສະ​ຕາ​ລີ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ຫຼາຍ​ປະ​ເທດ​ທີ່​ພວມ​ພັດທະນາອີກ​ດ້ວຍ, ​ໃນ​ນັ້ນ​ມີ ຫວຽດນາມ“.

        ລາຍການ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ວັນ​ຄົນ​ພິການ​ຫວຽດນາມ (18/4) ປີ​ນີ້.

 

ຂ່າວ/ບົດ​ອື່ນ