ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ເຂົ້າຮ່ວມລາຍການແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ເພື່ອກຳປັ່ນເດີນທະເລ”
|
(vovworld)- ຕອນຄ່ຳວັນທີ 22/11, ຢູ່ຮ່າໂນ້ຍ, ກອງບັນຊາການທະຫານຊາຍແດນ ແລະ ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັນຈັດຕັ້ງລາຍການແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ເພື່ອກຳປັ່ນເດີນທະເລ” ແນໃສ່ເຊີດຊູ, ຍ້ອງຍໍຊົມເຊີຍບັນດາກົມກອງກອງທັບ, ບັນດາທ້ອງຖິ່ນ, ວິສາຫະກິດຊຶ່ງໄດ້ມີການປະກອບສ່ວນຢ່າງແທ້ຈິງຊ່ວຍເຫຼືອພໍ່ແມ່ພີນ້ອງຊາວປະມົງປະກອບອາຊີບການປະມົງ, ພ້ອມທັງເປັນການຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ເຂົ້າຮ່ວມ. ລາຍການຍັງເປັນການດຶງດູດການປະກອບສ່ວນ, ສົ່ງເສີມບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ, ບັນດາອົງການຈັດຕັ້ງສັງຄົມ, ພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຈົ່ງເອົາໃຈໃສ່ກ່ວາອີກເພື່ອໜູນຊ່ວຍຊາວປະມົງເດີນທະເລປະກອບອາຊີບ, ປົກປັກຮັກສາອະທິປະໄຕຂອງບ້ານເກີດເມືອງນອນປະເທດຊາດ.