(vovworld) – ຕອນບ່າຍວັນທີ 30/12, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ສະເໜີຕົວລາຍການໂທລະພາບ “ການເດີນທາງໄປຍັງເຂດພູດອຍ” ເຖິງຊົນເຜົ່າສ່ວນໜ້ອຍຕ່າງໆຢູ່ຫວຽດນາມ ຢ່າງເປັນທາງການ. ລາຍການລວມມື 18 ມ້ວນ, ແຕ່ລະມ້ວນມີຄວາມຍາວ 30 ນາທີ, ໃນນັ້ນມີ 16 ມ້ວນແນະນຳກ່ຽວກັບບັນດາຊົນເຜົ່າຄື: ໂລໂລ, ປາແຖນ, ປູແປ໋ວ, ເກີລາວ, ໂບ໋ອີ… ສ່ວນ 2 ມ້ວນສຸດທ້າຍແມ່ນເຕື້ອງເຖິງຄຸນຄ່າຕົ້ນຕໍ່ກ່ຽວກັບວັດທະນະທຳ ແລະ ກົນໄກ, ນະໂຍບາຍໜູນຊ່ວຍການພັດທະນາສຳລັບບັນດາເຜົ່າມີພົນລະເມືອງໜ້ອຍທີ່ສຸດ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິງຕ໋ວນ, ຖືວ່າ.
“ຜ່ານບັນດາລາຍການໂທລະພາບ ແນະນຳກ່ຽວກັບບັນດາຊົນເຜົ່າສ່ວນໜ້ອຍຄັ້ງນີ້. ພວກເຮົາຈະໄດ້ເຫັນບັນດາບັນຫາພວມພົ້ນເດັ່ນຂຶ້ນຄື ການກະທົບຈາກສະພາບແວດລ້ອມ ເຮັດໃຫ້ມີການປ່ຽນແປງຫຼາຍຢ່າງ, ໃນນັ້ນມີຊີວິດວັດທະນະທຳຂອງແຕ່ລະຊົນເຜົ່າ. ກໍຄືການຄົ້ນຫາເຂດດິນທີ່ຍັງຮົກເຮື້ອເປົ່າຫວ່າງ, ບັນດາເລື່ອງລາວທີ່ແປກປະຫຼາດ, ລຶກລັບ, ດູດດືມ…”
ລາຍການຍັງປະກອບສ່ວນເຂົ້າໃນການໂຄສະນາບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ກ່ຽວກັບຄວາມເອົາໃຈໃສ່, ໜູນຊ່ວຍບັນດາເຜົ່າສ່ວນທີ່ມີພົນລະເມືອງໜ້ອຍທີ່ສຸດ ແລະ ຮຽກຮ້ອງການຊ່ວຍເຫຼືອຈາກສັງຄົມ ເພື່ອໃຫ້ບັນດາເຜົ່າສ່ວນໜ້ອຍເຊື່ອມໂຍງ ແລະ ພັດທະນາໃນປະຊາຄົມບັນດາເຜົ່າຫວຽດນາມ. ລາຍການຈະເລີ່ມອອກອາກາດໃນວັນທີ 02/01/2016.