(vovworld) - ບັນດາເຈົ້າໜ້າທີ່ຂັ້ນສູງ CLMV (ເຊິ່ງລມມີ: ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ) ແລະ ACMECS (ກອງປະຊຸມຂັ້ນສູງຍຸດທະສາດຮ່ວມມືເສດຖະກິດ Ayeyawady – Chao Phraya – Mekong ເຊິ່ງລວມມີ: ກຳປູເຈຍ, ລາວ, ໄທ, ມຽນມາ, ຫວຽດນາມ) ຫາກໍ່ດຳເນີນກອງປະຊຸມກະກຽມ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ ໃນວັນທີ 26/2, ກ່ອນທີ່ຈັດກອງປະຊຸມຂັ້ນສູງ CLMV ແລະ ACMECS. ເພື່ອກະກຽມໃຫ້ກອງປະຊຸມຂັ້ນສູງ CLMV, ບັນດາເຈົ້າໜ້າທີ ໄດ້ປຶກສາຫາລື ບັນດາບັນຫາທີ່ກ່ຽວຂ້ອງເຖິງການເຊື່ອມຕໍລະຫວ່າງ 4 ປະເທດ, ຖືວ່າ, ການບໍລິການປະຕູດຽວ ມີຄວາມໝາຍສຳຄັນທີ່ສຸດ ແລະ ຍົກອອກບັນດາມາດຕະການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເພື່ອໃຫ້ການບໍລິການນີ້ປະກອບສ່ວນເຂົ້າໃນການນຳໃຊ້ບັນດາແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ແລະ ເໜືອ - ໃຕ້ ກໍຄືບັນດາເສັ້ນທາງເຊື່ອມຕໍສຳຄັນອື່ນ ຢ່າງມີປະສິດທິຜົນ. ບັນດາຜູ້ແທນກໍ່ໄດ້ປຶກສາຫາລື ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ ແລະ ຊີ້ແຈ້ງ ເຖິງການທ່ອງທ່ຽວ ຢູ່ 4 ປະເທດ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ, ພ້ອມທັງເຕື້ອງເຖິງບັນດາໂຄງການຮ່ວມມືລະຫວ່າງບັນດາປະເທດ CLMV. ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງ ACMECS, ບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບການນຳໃຊ້ບັນດາທ່າແຮງຂອງບັນດາປະເທດສະມາຊິກ ແລະ ສົ່ງເສີມການພັດທະນາຢ່າງສະໝຳ່ສະເໝີ ໃນພາກພື້ນ. ຄະນະຈັດຕັ້ງໃຫ້ຮູ້ວ່າ: ກອງປະຊຸມຂັ້ນສູງ CLMV ຄັ້ງທີ 6 ແລະ ກອງປະຊຸມຂັ້ນສູງ ACMECS ຄັ້ງທີ 5 ຄາດວ່າຈະດຳເນີນແຕ່ວັນທີ 11 – 13/3 ຢູ່ ລາວ.
ແລະກໍໃນໄລຍະເວລານີ້, ລາວຈະຈັດຕັ້ງກອງປະຊຸມຂັ້ນສູງ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 7.