ລາວ ຈະຈັດຕັ້ງ Caravan ຊ້າງດ້ວຍຂອບຂະໜາດໃຫຍ່ໃນປີ 2015
(ພາບປະກອບ)
(vovworld) – ລັດຖະບານລາວ ຈັດຕັ້ງຂະບວນ Caravan ຊ້າງ ເພື່ອສະເຫຼີມສະຫຼອງ 20 ປີແຫ່ງວັນຫຼວງພະບາງ ໄດ້ຮັບຮອງເປັນມໍລະດົກໂລກຈາກອົງການ UNESCO. ການເດີນທາງຂອງຂະບວນ Caravan ຊ້າງ ຄັ້ງນີ້ເລີ່ມຈາກເມືອງປາກລາຍ, ແຂວງໄຊຍະບຸລີ ເຖິງ ຫຼວງພະບາງ ດ້ວຍໄລຍະທາງ 630 ກມ. ຕາມສູນອະນຸນັກຮັກສາຊ້າງແລ້ວ, ຂະບວນ Caravan ຊ້າງ ຈະເດີນທາງແຕ່ວັນທີ 30/11 – 17/12/2015, ໄປລຽບຕາມແຂວງ ໄຊຍະບຸລີ, ແຫ່ງໄດ້ຮັບຖືວ່າ ເປັນສາງວັດທະນະທຳຊ້າງຂອງ ລາວ ແລະ ມີ 75% ຈຳນວນຊ້າງ ພວມດຳລົງຊີວິດ. ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນ, ຂະບວນ Caravan ຊ້າງ ໄດ້ຮັບຄວາມຫວັງວ່າຈະກາຍເປັນຂະບວນການສະແດງເຄື່ອນທີຂອງບັນດາຮູບແບບວັດທະນະທຳທີ່ອຸດົມສົນບູນ. ນອກຈາກນັ້ນ, ຂະບວນ Caravan ຊ້າງ ກໍ່ສະແດງຢູ່ຫຼວງພະບາງ ໃນລະຫວ່າງວັນທີ 07 – 10/12.