(vovworld) – ຕອນຄຳ່ວັນທີ 9/5, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດ “ສະຖານທີ່ທ່ອງທ່ຽວທີ່ດູດດື່ມກ່ວາໝູ່ໃນໂລກ ປີ 2013” ໂດຍຄະນະກຳມະການ ເອີລົບ ກ່ຽວກັບທ່ອງທ່ຽວ ແລະ ການຄ້າມອບໃຫ້. ກ່າວຄຳເຫັນນະພິທີ, ທ່ານ Anton Caragea, ປະທານຄະນະກຳມະການ ເອີລົບ ກ່ຽວກັບທ່ອງທ່ຽວ ແລະ ການຄ້າ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງລາວ ໃນການພັດທະນາການທ່ອງທ່ຽວ, ດ້ວຍກິດຈະກຳ ແລະ ສະຖາປັດຕະຍາກຳປະຫວັດສາດທີ່ພົ້ນເດັ່ນ ແລະ ເປັນເອກະລັກສະເພາະນັບຮ້ອຍແຫ່ງ ໄດ້ປະກອບສ່ວນມໍລະດົກທີ່ມີຄຸນຄ່າຫຼາຍແຫ່ງໃຫ້ແກ່ມວນມະນຸດ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ບໍແສງຄຳ ວົງດາລາ ໃຫ້ຮູ້ວ່າ: ພ້ອມກັບຫຼາຍນະໂຍບາຍປ່ຽນໃໝ່, ລັດຖະບານ ລາວ ໄດ້ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ. ປີ 2012, ລາວໄດ້ຕ້ອນຮັບແຂກສາກົນກ່ວາ 3,3 ລ້ານຄົນ, ບັນລຸລາຍໄດ້ກ່ວາ 513 ລ້ານ USD. ປະຈຸບັນລາວ ມີສະຖານທີ່ທ່ອງທ່ຽວຢ່າງເປັນທາງການເກືອບ 1.500 ແຫ່ງ, ໃນນັ້ນມີສະຖານທີ່ທ່ອງທ່ຽວທຳມະຊາດເກືອບ 850 ແຫ່ງ, ສະຖານທີ່ທ່ອງທ່ຽວວັດທະນະທຳ 435 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວປະຫວັດສາດກ່ວາ 200 ແຫ່ງ.