ລາວ ແລະ ກຳປູເຈຍ ຕີລາຄາສູງສາຍພົວພັນຖານບ້ານໃກ້ເຮືອນຄຽງ

ລາວ ແລະ ກຳປູເຈຍ ຕີລາຄາສູງສາຍພົວພັນຖານບ້ານໃກ້ເຮືອນຄຽງ - ảnh 1
ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Somrin
(ພາບ: ອີນເຕີເນັດ)

(vovworld) - ໃນ​ການ​ຢ​້ຽມຢາມ​ ສປປ ລາວ​ ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Somrin ​​ລະຫວ່າງ​ວັນ​ທີ 25 – 26/7, ທ່ານ​ໄດ​້ພົບ​ປະ​​ກັບ​ຜູ້​ປະຈຳການ​ຄະນະ​ເລ​ຂາສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ຕາມ​ລຳດັບ. ບັນດາ​ການ​ນຳ​ລາວ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ການ​ນຳ ກຳປູ​ເຈຍ ພ້ອມ​ກັບ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ Heng Somrin ​​ເຂົ້າໃນ​ການ​ຊຸກ​ຍູ້​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ກຳປູ​ເຈຍ - ລາວ. ທີ່​ການ​ພົບ​ປະ, 2 ຝ່າຍ​ກໍ​ຕີ​ລາຄາ​ສູງ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ເຂດ​ຊາຍ​ແດນ ລາວ - ກຳປູ​ເຈຍ, ພ້ອມ​ທັງ​ເຕື້ອງ​ເຖິງ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ. ມາ​ຮອດ​ປະຈຸ​ບັນ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ດຳ​ເນີນ 86% ​ແຜນການ​ປັກ​ຫຼັກ​ຫຼາຍ​ຊາຍ​ແດນ​ໃນ​ເສັ້ນຊາຍ​ແດນ535 ກມ. 2 ຝ່າຍ​ເປັນ​ເອກະສັນ​ກັນ​ສູ້​ຊົນ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃນ​​ໄວໆ​ນີ້.

ຂ່າວ/ບົດ​ອື່ນ